ອຸດສາຫະກຳປຸງແຕ່ງຍັງແມ່ນກຳລັງໜູນໃນການເຕີບໂຕດ້ານການສົ່ງອອກຂອງ ຫວຽດນາມ

(VOVWORLD) - ການສົ່ງອອກໝວດສິນຄ້າຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳກວມເອົາ 8,2%; ໝວດສິນຄ້າເຊື້ອໄຟ ແລະ ຊັບພະຍາກອນບໍ່ແຮ່ກວມ 1,2%
ອຸດສາຫະກຳປຸງແຕ່ງຍັງແມ່ນກຳລັງໜູນໃນການເຕີບໂຕດ້ານການສົ່ງອອກຂອງ ຫວຽດນາມ - ảnh 1ພາບປະກອບ

ບົດລາຍງານຂອງກະຊວງອຸດສາຫະກຳ ແລະ ການຄ້າໄດ້ສະແດງໃຫ້ເຫັນວ່າ: ວົງເງິນສົ່ງອອກສິນຄ້າໃນ 10 ເດືອນຕົ້ນປີ 2022 ນີ້ບັນລຸເກືອບ 313 ຕື້ USD, ເພີ່ມຂຶ້ນເກືອບ 16% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນນັ້ນ, ການສົ່ງອອກໝວດສິນຄ້າອຸດສາຫະກຳປຸງແຕ່ງຍັງແມ່ນກຳລັງໜູນໃນການເຕີບໂຕການສົ່ງອອກລວມຂອງທົ່ວປະເທດ ໃນຂະນະທີ່ກວມອັດຕາສ່ວນ 86% ຍອດມູນຄ່າການສົ່ງອອກ; ການສົ່ງອອກໝວດສິນຄ້າຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳກວມເອົາ 8,2%; ໝວດສິນຄ້າເຊື້ອໄຟ ແລະ ຊັບພະຍາກອນບໍ່ແຮ່ກວມ 1,2%.

        ອາເມລິກາ ແມ່ນຕະຫຼາດສົ່ງອອກໃຫຍ່ຂອງ ຫວຽດນາມ ດ້ວຍວົງເງິນສົ່ງອອກຄາດວ່າບັນລຸ 93,4 ຕື້ USD, ເພີ່ມຂຶ້ນ 21,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກ່າຍ; ທີສອງແມ່ນຕະຫຼາດຈີນ ດ້ວຍວົງເງິນສົ່ງອອກບັນລຸເກືອບ 47 ຕື້ USD; ຈາກນັ້ນແມ່ນຕະຫຼາດ ເອີລົບ, ສະມາຄົມປະຊາຊາດອາຊີຕາເວັນອອກ ສ່ຽງໃຕ້ (ອາຊຽນ), ສ ເກົາຫຼີ, ຍີ່ປຸ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ