ອີຕາລີມອບຫລຽນໄຊຄຸນງາມຄວາມດີໃຫ້ເອກອັກຄະລັດຖະທູດຫວຽດນາມ

ອີຕາລີມອບຫລຽນໄຊຄຸນງາມຄວາມດີໃຫ້ເອກອັກຄະລັດຖະທູດຫວຽດນາມ  - ảnh 1
ທ່ານ ປະທານາທິບໍດີ ສ.ອີ​ຕາ​ລີ Sergio Mattarella ແລະ
ທ່ານ ເອກ​ອັກຄະ​ລັດຖະທູດ ຫງວຽນ​ຮ່ວາງ​ລອງ
(ພາບ:phu tong thong Italy)

(vovworld) – ວັນ​ທີ 23/7, ທ່ານປະທານາທິບໍດີ ສ.ອີ​ຕາ​ລີ Sergio Mattarella ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ອີ​ຕາ​ລີ ຫງວຽນຮ່ວາງ​ລອງ ​ເຂົ້າ​ຢ້ຽມ​ອຳ​ລາ​ເມື່ອ​ສິ້ນ​ສຸດ​​ການ​ປະຕິບັດ​ໜ້າ​ທີ່ການ​ທູດ​ຢູ່ ອີ​ຕາ​ລີ. ທີ່​ການ​ຕ້ອນຮັບ, ທ່ານ​ປະທານາທິບໍດີ Sergio Mattarella ຕີ​ລາຄາ​ສູງ​​ປະກອບສ່ວນຕ່າງໆຂອງທ່ານ​ເອກ​ອັກຄະ​ລັດຖະທູດ ​ເຂົ້າ​ໃນ​ການ​ພົດ​ທະ​ນາ​ກະ​ໂດດ​ຂັ້ນ​​ຂອງ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດນາມ ​ແລະ ອີ​ຕາ​ລີ​ ໃນ​ໄລຍະ​ຜ່ານ​ມາ, ປະກອບສ່ວນ​ນຳ​ການ​ພົວພັນ​ລະ​ຫ່ວາງ 2 ປະ​ເທດ​ຂຶ້ນ​ລະດັບຄູ່​ຮ່ວມ​ມືຍຸດ​ທະ​ສາດ ​ແລະ ປະຈຸ​ບັນພວມ​ພັດທະນາ​ຢ່າງ​ແຮງ, ​ເລິກ​ເຊິ່ງ ກ້ວາງ​ຂວາງ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ໃນ​ທຸກ​ຂົງ​ເຂດ. ທ່ານ​ປະທານາທິບໍດີ Sergio Mattarella​ ໄດ້ມອບໃຫ້ ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ຮ່ວາງ​ລອງ “ຫລຽນ​ໄຊ​ຄຸນງາມຄວາມດີ​ຂອງ​ ສ.ອີ​ຕາ​ລີ”, ​ເຊິາງ​ແມ່ນຫລຽນ​ໄຊ​ອັນສູງສົ່ງ​ຂອງ​ປະ​ເທດ ອີ​ຕາ​ລີ, ຢືນຢັນ​ຄວາມ​ຮອງ​ຮູ້ ​ແລະ ຕີ​ລາຄາ​ສູງ​ຂອງ ອີ​ຕາ​ລີ ຕໍ່​ການ​ປະກອບສ່ວນສຳຄັນ​ພິ​ເສດ​ຂອງ​ເອກ​ອັກຄະ​ລັດຖະທູດ​​ໃນ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ເວົ້າ​ລວມ ​ແລະ ​ໃຫ້ ອີ​ຕາ​ລີ ​ເວົ້າ​ສະ​ເພາະ.

      ສ່ວນ​ທ່ານ ຫງວຽນ​ຮ່ວາງ​ລອງ ກໍ່ຢືນຢັນ​ວ່າ: ຈະ​ສືບ​ຕໍ່​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ 2 ປະ​ເທດ ຫວຽດນາມ - ອີ​ຕາ​ລີ ​ໃນ​ໄລຍະ​ຕໍ່​ໄປ.

ຂ່າວ/ບົດ​ອື່ນ