ອີຕາລີ:ອະດີດນາຍົກລັດຖະມົນຕີBerlusconiຖືກຈຳຄຸກ3ປີຍ້ອນໂທດສິນບົນ

ອີຕາລີ:ອະດີດນາຍົກລັດຖະມົນຕີBerlusconiຖືກຈຳຄຸກ3ປີຍ້ອນໂທດສິນບົນ - ảnh 1
ທ່ານ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອີ​ຕາ​ລີ Silvio Berlusconi
(ພາບ: BBC)

(vovworld) – ວັນ​ທີ 8/7, ທ່ານ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອີ​ຕາ​ລີ Silvio Berlusconi ຖືກ​ສານ​ນະ​ຄອນ Napoli ຕັດ​ສິນ​ລົງ​ໂທດ​ຈຳ​ຄຸກ 3 ປີ​ຍ້ອນ​ໂທດ​ໃຫ້​ສິນ​​ບົນ​ສະ​ມາ​ຊິກ​ສະ​ພາ​ແຫ່​ງ​ຊາດ​ພັກ​ຝ່າຍ​ຄ້ານ​​ສະ​ໜັບ​ສະ​ໜູນ​ຝ່າຍ​ຕົນ, ເພື່ອ​​ເຮັດ​ໃຫ້​ລັດ​ຖະ​ບານ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Romano Prodi ​ພັງ​ທະ​ລາຍ​ເມື່ອ​ປີ 2008. ກ່ອນ​ໜ້ານັ້ນ, ອົງ​ການ​ໄອ​ຍ​ະ​ການ Napoli ໄດ້​ສະ​ເໜີ​ການ​ຕັດ​ສິນ​ລົງ​ໂທດ​​ໃນ​ລະ​ດັບສູງ​ສຸດ​​ສຳ​ລັບ​ໂທດ​​ໃຫ້ສິນ​​ບົນແມ່ນ 5 ປີ​​ແກ່​ທ່ານ Berluconi, ຜູ້​ເຄີຍ​ດຳ​ລົງ​ຕຳ​ແໜ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອີ​ຕາ​ລີ 3 ​ສະ​ໄໝ ແລະ ຫາກໍ​ສິ້ນ​ສຸດ​ໄລ​ຍະໜຶ່ງ​ປີ​​ທີ່ອອກ​ແຮງ​ງານ​ເພື່ອ​ປະ​ໂຫຍດ​ສ່ວນ​ລວມ​ຍ້ອນ​ຄະ​ດີ​ອື່ນ​ທີ່​ກ່ຽວ​ຂ້ອງ​ເຖິງ​ໂທດ​ສໍ້​​ໂກງ​ບັນ​ດາ ບິນການ​ເງິນ ແລະ ໜີພາ​ສີ​ໃນ​ການ​ເຄື່ອນ​ໄຫ​ວ​ດຳ​ເນີນ​ທຸ​ລະ​ກິດ​ຢູ່​ກຸ່ມ​ບໍ​ລິ​ສັດ​ໂທ​ລະ​ຄົມ Mediaset ໂດຍ​ທ່ານ​ເປັນ​ເຈົ້າ​ຂອງ.


ຂ່າວ/ບົດ​ອື່ນ