ອິນ​ເດຍ: ມີ​ຜູ້​ເສຍ​ຊີ​ວິດກ່​ວາ 180 ຄົ​ນ ຍ້ອນຝົນ​ຕົກນ້ຳ​ແກ່ງ

(VOVWORLD) -ໃນຊຸມວັນທີ່ຜ່ານມາ, ເຈົ້າໜ້າທີ່ ອິນເດຍ ໄດ້ ອົບພະຍົບປະຊາຊົນ ປະມານ 1 ລ້ານຄົນໄປຍັງບັນດາຕູບເຕັ້ນບ່ອນພັກຊົ່ວຄາວ. ພາຍຫຼັງ ໄລ່ຮອດວັນທີ 12 ສິງຫາ, ຈຳນວນຜູ້ເສຍຊີວິດ ຍ້ອນຝົນຕົກນ້ຳແກ່ງ ເພີ່ມຂຶ້ນຢ່າງໜ້ອຍ 184 ຄົນ.
ອິນ​ເດຍ: ມີ​ຜູ້​ເສຍ​ຊີ​ວິດກ່​ວາ 180 ຄົ​ນ ຍ້ອນຝົນ​ຕົກນ້ຳ​ແກ່ງ - ảnh 1ນ້ຳຖ້ວນຢູ່ Ernakulam, ລັດ Kerala, ອິນເດຍ (ພາບ: AFP/TTXVN) 

ລັດ Kerala, ເຊິ່ງແມ່ນເຂດທີ່ມີຊື່ສຽງດ້ວຍບັນດາສະຖານທີ່ທ່ອງທ່ຽວ, ໄດ້ມີຈຳນວນຜູ້ເສຍຊີວິດຢ່າງໜ້ອຍ 76 ຄົນ, ຈຳນວນຜູ້ຫາຍສາບສູນ 58 ຄົນ ແລະ ຜູ້ຖືກຮັບບາດເຈັບ ຍ້ອນ ຝົກຕົກນ້ຳແກ່ງ 32 ຄົນ. ຄາດວ່າ ມີປະມານ 288.000 ຄົນ ຢູ່ຕາມເມືອງຕ່າງໆຈະຖືກຜົນກະທົບຢ່າງໜັກໜ່ວງຄື: Wayanad, Malappuram ແລະ Kozhikpde ກໍ່ລ້ວນແຕ່ໄດ້ຮັບການອົບພະຍົບໄປຍັງບັນດາຕູບເຕັ້ນບ່ອນພັກຊົ່ວຄາວ.

        ສ່ວນລັດ Karnataka, ກໍ່ມີຈຳນວນຜູ້ເສຍຊີວິດເພີ່ມຂຶ້ນເຖິງ 42 ຄົນ, ອຳນາດການປົກຄອງລັດນີ້ ໄດ້ປະຕິບັດສຳເລັດການອົບພະຍົບ 580.000 ຄົນ. ມີຖະໜົນ ແລະ ເສັ້ນທາງດ່ວນຫຼາຍສາຍຖືກເສຍຫາຍ ຖືກຕັດຂາດຍ້ອນລະດັບນ້ຳເພີ່ມຂຶ້ນສູງ. ບັນດາພະນັກງານກູ້ຊີບພ້ອມກັບທະຫານ ອິນເດຍ ພວມໄດ້ຮັບການຜັນຂະຫຍາຍເພື່ອປະຕິບັດວຽກງານ ຄົ້ນຫາ ແລະ ກູ້ໄພ.

ຕອບກັບ

ຂ່າວ/ບົດ​ອື່ນ