ອິນເດຍ ແລະ ອາຣັບບີ ຊະອຸດິ ເພີ່ມທະວີການຮ່ວມມື 2 ຝ່າຍ

(VOVWORLD) - ເພື່ອແນໃສ່ຮັກສາການພົວພັນ ພວມພັດທະນາລະຫວ່າງ ອິນເດຍ ແລະ ອາຣັບບີ ຊະອຸດິ, ວັນທີ 07 ກຸມພາ, ທ່ານນາງລັດຖະມົນຕີການຕ່າງປະເທດ ອິນເດຍ Sushma Swaraj ໄດ້ພົບປະກັບກະສັດ ອາຣັບບີ ຊະອຸດິ Salman bin Abdulaziz ຢູ່ Riyadh.

ໃນສື່ສັງຄົມອອນລາຍ Twitter ໂຄສົກກະຊວງການຕ່າງປະເທດ ອິນເດຍ ທ່ານ Raveesh Kumar ໃຫ້ຮູ້ວ່າ: ບັນດາມາດຕະການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດກ່ວາອີກ ໃນທຸກຂົງເຂດ ແລະ ການຮ່ວມມື ເພື່ອຄວາມກ້າວໜ້າຂອງກັນ ແມ່ນຫົວຂໍ້ໄດ້ນຳມາປຶກສາຫາລືລະຫວ່າງ 2 ຝ່າຍ. ຕາມທ່ານ Kumar ແລ້ວ, ບັນດາການປຶກສາຫາລືລະຫວ່າງທ່ານນາງ Swaraj ແລະ ທ່ານລັດຖະມົນຕີການຕ່າງປະເທດ Jubeir ໄດ້ສຸມໃສ່ເຂົ້າໃນເລື່ອງຊຸກຍູ້ການຄ້າ ແລະ ການລົງທຶນ, ພະລັງງານ, ການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ວັດທະນະທຳ ແລະ ການພົວພັນປະຊາຊົນ. ລັດຖະມົນຕີການຕ່າງປະເທດ 2 ທ່ານ ຍັງໄດ້ປຶກສາຫາລືກ່ຽວກັບສະພາບການຢູ່ພາກພື້ນ ແລະ ທົ່ວໂລກອີກດ້ວຍ.


ຕອບກັບ

ຂ່າວ/ບົດ​ອື່ນ