ອິນເດຍຖືເປັນສຳຄັນການພົວພັນກັບຫວຽດນາມ

ອິນເດຍຖືເປັນສຳຄັນການພົວພັນກັບຫວຽດນາມ - ảnh 1
ທ່ານ Harish Parvathaneni ແລະ ທ່ານ ຟ​້າມບ​ີ່ງ​ມີງ

(vovworld) - ​​​ວັນ​ທີ 9/2, ຢູ່​ຮ່າ​ໂນ້ຍ, ໃນ​ການ​ຕ້ອນ​ຮັບ​ທ່ານ Harish Parvathaneni, ເອກ​ອັກ​ຄະ​ລັດ​ຖະ​ທູດ ອິນ​ເດຍ ປະ​ຈຳ ຫວຽດ​ນາມ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຟ​້າມບ​ີ່ງ​ມີງ ເນັ້ນ​ໜັກ​ວ່າ, ປີ 2017 ແມ່ນ​ປີ​ມິດ​ຕ​ະ​ພາບ, ສະ​ເຫຼີ​ມ​ສະຫຼອງ 45 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ (7/1/1972 – 7/1/2017) ແລະ 10ປີ ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ (6/7/2007 – 6/7/2017) ລະ​ຫວ່າງ ຫວຽດ​ນາມ ແລະ ອິນ​ເດຍ. ຄາດ​ວ່າ, ຈະ​ມີ​ການ​ຢ້ຽມ​ຢາມ​ຂັ້ນ​ສ​ູງ ແລະ ເຫດການ​ສຳ​ຄັນ​ຫຼາຍ​ຢ່າງໄດ້​ຮັບ​ການ​ຈັດ​ຕັ້ງ​ຂຶ້ນ, ສະ​ເໜີ​ໃຫ້ 2 ຝ່າຍ​ສົມ​ທົບ​ກັນ​ເປັນ​ຢ່າງ​ດີ​ເພື່ອ​ຜັນ​ຂະ​ຫຍາຍ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຟ້າມ​ບີ່ງ​ມີງ ສະ​ເໜີ​ໃຫ້ 2 ຝ່າຍ​ສ້າງ​ສຳ​ເລັດ ແລະ ເຊັນ​ໂຄງ​ການ​ເຄື່ອນ​ໄຫວ​ຜັນ​ຂະ​ຫຍາຍ​ການ​ພົວ​ພ​ັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ.

        ສ່ວນ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Harish Parvathaneni ຢັ້ງ​ຢືນ​ວ່າ: ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ເສົາ​ຄ້ຳ​ສຳ​ຄັນ​ຂອງ​ນະ​ໂຍ​ບາຍ “ເຄື່ອນ​ໄຫວມ​ຸ່ງ​ໄປ​ສູ່​ທາງ​ທິດ​ຕາ​ເວັນ​ອອກ” ຂອງ ອິນ​ເດຍ ແລະ ຕີ​ລາ​ຄາ​ສ​ູງ ຫວຽດ​ນາມ ໃນ​ບົດ​ບາດ​ເປັນ​ປະ​ເທດ​ປະ​ສານ​ງານ​ໃນ​ການ​ພົວ​ພັນ ອາ​ຊຽນ - ອິນ​ເດຍ ໄລ​ຍະ 2015 -2018.


ຂ່າວ/ບົດ​ອື່ນ