ອິນເດຍປາຖະໜາຢາກຊຸກຍູ້ດ້ານການຄ້າກັບຫວຽດນາມ

ອິນເດຍປາຖະໜາຢາກຊຸກຍູ້ດ້ານການຄ້າກັບຫວຽດນາມ - ảnh 1

ທ່ານ Anand Sharma ແລະທ່ານ Vũ Huy Hoàng ຢູ່New Delhi.
(ພາບ: thehindu)

(vovworld) - ວັນ​ທີ 1/11, ທ່ານ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ການ​ຄ້າ​ຫວຽດນາມ Vu Huy Hoang ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ລັດຖະມົນຕີ​ການ​ຄ້າ ​ແລະ ອຸດສາຫະກຳ​ອິນ​ເດຍ Anand Sharma, ​ເນື່ອງ​ໃນ​ໂອກາດ​ທີ່​ທ່ານ​​ເຂົ້າ​ຮ່ວມ​ກອງ​ປະຊຸມ​ອາຊີ - ປາຊີ​ຝິກ ຄັ້ງ​ທີ 13 ກ່ຽວ​ກັບ​ບັນດາ​ວິ​ສາ​ຫະກິດ​ເຢັຍລະ​ມັນ ​ເຊິ່ງຈັດ​ຂຶ້ນ​ຢູ່ New Dehli ​ໃນ​ລະຫວ່າງວັນ​ທີ 2 ​ແລະ 3/11. ທີ່​ການ​ພົບ​ປະ, ສອງ​ຝ່າຍ​ໄດ້​ແລກປ່ຽນ​ບັນດາ​ບັນຫາ​ກ່ຽວ​ກັບ​ການ​ຊຸກຍູ້​ການ​ຄ້າ ​ແລະ ການ​ລົງທຶນ. ທ່ານ​ລັດຖະມົນຕີ Anand Sharma ຫວັງ​ວ່າ ສອງ​ປະ​ເທດ​ຈະ​ລົງ​ນາມ​ໃນ​ສັນຍາ​ກ່ຽວ​ກັບ​ການ​ບໍລິການ ​ແລະ ການ​ລົງທຶນ​ໃນ​ຕົ້ນ​ປີ 2013, ພ້ອມ​ທັງ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ​ຄາດໝາຍ​ບັນລຸວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​​ອິນ​ເດຍ - ຫວຽດນາມ ​​ໃຫ້​​ໄດ້ 7 ຕື້ USD ​ໃນ​ປີ 2015 ​ແມ່ນ​ຈະ​ປະຕິບັດ​ໄດ້. ທ່ານ​ຍັງ​ໃຫ້​ຮູ້​ວ່າ ບັນດາ​ບໍລິສັດ​ການບິນ​ອິນ​ເດຍ ​ແລະ ຫວຽດນາມ ລ້ວນ​ແຕ່​ສະ​ແດງ​ຄວາມ​ເອົາ​ໃຈ​ໃສ່​ເຖິງ​ການ​ເປີດ​ສາຍ​ການບິນ​ໂດຍ​ກົງ​ລະຫວ່າງ​ສອງ​ປະ​ເທດ.

 

ຂ່າວ/ບົດ​ອື່ນ