ອິນໂດເນເຊຍ: ຈຳນວນຜູ້ເສຍຊີວິດຍ້ອນເຫດດິນເຊາະເຈື່ອນ 46 ຄົນ

(VOVWORLD) - ປະຈຸບັນ, ຍັງມີ 9 ຄົນທີ່ຫາຍສາບສູນ. ກະຊວງກິດຈະກຳສາທາລະນະ ແລະ ເຮືອນຢູ່ ອິນໂດເນເຊຍ ໄດ້ຜັນຂະຫຍາຍບັນດາອຸປະກອນປະເພດໜັກ ພ້ອມກັບກຳລັງຕຳຫຼວດ ແລະ ກອງທັບ ເພື່ອໜູນຊ່ວຍການເຄື່ອນໄຫວຊອກຫາ ແລະ ກູ້ໄພກູ້ຊີບ
ອິນໂດເນເຊຍ: ຈຳນວນຜູ້ເສຍຊີວິດຍ້ອນເຫດດິນເຊາະເຈື່ອນ 46 ຄົນ - ảnh 1ສະພາບດິນເຊາະເຈື່ອນຢູ່ເມືອງ Natuna,ແຂວງ Riau (Indonesia).
(ພາບ: Jakarta Post)

ຈຳນວນຄົນເສຍຊີວິດໃນເຫດດິນເຊາະເຈື່ອນຢູ່ເກາະ Seransan, ປະເທດ ອິນໂດເນເຊຍ, ແມ່ນ 46 ຄົນ ໃນຂະນະທີ່ກຳລັງກູ້ໄພກູ້ຊີບສືບຕໍ່ຊອກເຫັນຊາກສົບຜູ້ປະສົບເຄາະຮ້າຍຢູ່ໃຕ້ດິນໃຕ້ຕົມນັ້ນ. ປະຈຸບັນ, ຍັງມີ 9 ຄົນທີ່ຫາຍສາບສູນ. ກະຊວງກິດຈະກຳສາທາລະນະ ແລະ ເຮືອນຢູ່ ອິນໂດເນເຊຍ ໄດ້ຜັນຂະຫຍາຍບັນດາອຸປະກອນປະເພດໜັກ ພ້ອມກັບກຳລັງຕຳຫຼວດ ແລະ ກອງທັບ ເພື່ອໜູນຊ່ວຍການເຄື່ອນໄຫວຊອກຫາ ແລະ ກູ້ໄພກູ້ຊີບ.

        ໄພພິບັດດິນເຊາະເຈື່ອນເກີດຂຶ້ນຢູ່ເກາະ Serasan ໃນວັນທີ 6 ມີນາ, ປະຈຸບັນ ໄດ້ເຮັດໃຫ້ກ່ວາ 1.200 ຄົນຕ້ອງອົບພະຍົບໃນຂະນະທີ່ໝູ່ບ້ານ 3 ແຫ່ງຖືກຝັງຢູ່ໃຕ້ດິນ. ອຳນາດການປົກຄອງທ້ອງຖິ່ນໄດ້ປະກາດສະພາບສຸກເສີນ ແລະ ຍົກລະດັບການກ່າວເຕືອນອັນຕະລາຍຢູ່ໃນລະດັບສູງສຸດສຳລັບປະຊາຊົນທ້ອງຖິ່ນ ແລະ ເຂດໃກ້ຄຽງ. ໄປຄຽງຄູ່ກັນນັ້ນ, ລັດຖະບານ ອິນໂດເນເຊຍ ໄດ້ຜັນຂະຫຍາຍບ້ວງເງິນທີ່ມີມູນຄ່າ 56.000 USD ເພື່ອໜູນຊ່ວຍບັນດາຜູ້ປະສົບເຄາະຮ້າຍ.

ຕອບກັບ

ຂ່າວ/ບົດ​ອື່ນ