ອິນໂດເນເຊຍ ຢືນຢັນ ໄດ້ພົບເຫັນລຳຕົວເຮືອບິນ QZ 8501

ອິນໂດເນເຊຍ ຢືນຢັນ ໄດ້ພົບເຫັນລຳຕົວເຮືອບິນ QZ 8501 - ảnh 1
ອິນ​ໂດ​ເນ​ເຊຍ ຢືນຢັນ​ໄດ້ພົບ​ເຫັນລຳ​ຕົວເຮືອ​ບິນ QZ 8501
(ພາບ: Dailymail)


(vovworld) – ​ວັນ​ທີ 14/01, ວົງ​ການ​ເຈົ້າ​ໜ້າ​ທີ່​ອິນ​ໂດ​ເນ​ເຊຍ ຢືນຢັນ​ວ່າ ​ໄດ້​ພົບ​ເຫັນລຳ​ຕົວເຮືອບິນ AirAsia ໝາຍ​ເລກ QZ 8501 ຕົກ​ຢູ່​ທະ​ເລ Java, ​ເມື່ອ​ວັນ​ທີ 28/12 ຜ່ານ​ມາ. ລຳ​ຕົວ​ເຮືອບິນ​​ໄດ​້ພົບ​ເຫັນ​ຫ່າງ​ຈາກ​ຫາງ​ເຮືອບິນ 3 ກມ. ບັນດາ​ນັກ​ດຳ​ນ້ຳ​ໄດ້​ເຂົ້າ​ກວດ​ສະພາບທາງ​ໃນ​ລຳ​ຕົວ​ເຮືອບິນ​ໃນ​ວັນ​ທີ 15/01.

        ກ່​​ອນໜ້າ​ນັ້ນ, ​ໃນ​ແຈ້ງ​ຂ່າວ​ທາງ​ເວັນ​ໄຊ​ສັງຄົມ Facebook, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ປ້​​ອງກັນ​ປະ​ເທດ​ສິງກະ​ໂປ Ng Eng Hen ​ໃຫ້​ຮູ້​ວ່າ, ກໍ່າ​ປັ່ນ​ກອງທັບ​ເຮືອ​ສິງກະ​ໂປ ​​ໄດ້ພົບ​ເຫັນ​ລຳ​ຕົວເຮືອບິນ QZ 8501, ພ້ອມ​ກັບຮູ້​ບຖ່າຍ​ປືກຍົນ​ດັ່ງ​ກ່າວ.

ຂ່າວ/ບົດ​ອື່ນ