ອິນໂດເນເຊຍສົ່ງຜູ້ຊ່ຽວຊານນິຕິເວດຊະສາດເພື່ອຫນູນຊ່ວຍການສືບສວນກໍລະນີເຮຶອບິນຖືກຫາຍສາບສູນ

ອິນໂດເນເຊຍສົ່ງຜູ້ຊ່ຽວຊານນິຕິເວດຊະສາດເພື່ອຫນູນຊ່ວຍການສືບສວນກໍລະນີເຮຶອບິນຖືກຫາຍສາບສູນ - ảnh 1
ຫນ່ວຍ​ກູ້​ໄພ​ກູ້​ຊີບ ອິນ​ໂດ​ເນ​ເຊຍ
ພາບ:tintuc.vn

(vovworld)-​ ​ວັນ​ທີ 17/8, ນາຍ​ພົນ Badrodin Haiti, ຫົວ​ຫນ້າ​ອົງ​ການ​ຕຳ​ຫລວດ​ແຫ່ງ​ຊາດ ອິນ​ໂດ​ເນ​ເຊຍ ໃຫ້​ຮູ້​ວ່າ: ຈະ​ສົງ​ບັນ​ດາ​ຜູ້​ຊ່ຽວ​ຊານ​ນິ​ຕິ​ເວດ​ຊະ​ສາດ​ເພື່ອ​ຊ່ວຍຢັ້ງ​ຢືນ​ບັນ​ດາ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ອຸ​ປະ​ຕິ​ເຫດ​ເຮ​ືອ​ບິນ​ຢູ່ Papua. ອົງ​ການ​ກູ້​ໄພ​ກູ້​ຊີບ​ແຫ່ງ​ຊາດ Basarnas ໄດ້​ສົ​ມ​ທົບ​ກັບ​ກຳ​ລັງ​ກອງ​ທັບ​ແຫ່ງ​ຊາດ ອິນ​ໂດ​ເນ​ເຊຍ ແລະ ຕຳ​ຫ ລວດ ໄດ້​ຜັນ​ຂະ​ຫຍາຍ ເຮຶອ​ບິນນ້ອຍ 10 ລຳ ແລະ ກວ່າ 260 ຄົນ ເພື່ອ​ຊອກ​ຫາ​ເຮືອ​ບິນ ATR 42-300 ຖືກ​ຫາຍ​ສາບ​ສູນ. ຮອດ​ຕອນ​ບ່າຍ​ວັນ​ທີ 17/8, ຫນ່ວຍ​ກູ້​ໄພ​ກູ້​ຊີບ​ໃຫ້​ຮູ້​ວ່າ: ໄດ້​ຊອກ​ເຫັນ​ຊີ້ນ​ສ່ວນ​​ ຈຳ​ນວນ​ຫນຶ່ງ​ ຂອງເຮືອ​ບິນ ຢູ່​ເຂດ​ພູ​ດອຍ ທຸ​ລະ​ກັນ​ດານ ​ Seram Oksop ​.

 

 

ຂ່າວ/ບົດ​ອື່ນ