ອິນໂດເນເຊຍສິ້ນສຸດບັ້ນຂົນຂວາຍຫາສຽງເລືອກຕັ້ງ
ທ່ານອະດີດປະທານາທິບໍດີ Prabowo Subianto
(ພາບ: Reuters)
(vovworld) - ວັນທີ 5/7, ບັ້ນຂົນຂວາຍຫາສຽງເລືອກຕັ້ງຢູ່ອິນໂດເນເຊຍໄດ້ສິ້ນສຸດລົງ. ຄາດວ່າຈະມີຜູ້ມີສິດເລືອກຕັ້ງ 186 ລ້ານຄົນໄປປ່ອນບັດໃນວັນທີ 9/7 ເພື່ອເລືອກເຟັ້ນຜູ້ສະໝັກເລືອກຕັ້ງເປັນປະທານາທິບໍດີ 2 ທ່ານ, ແມ່ນທ່ານອະດີດປະທານາທິບໍດີ Prabowo Subianto ແລະ ຜູ້ວ່າການ Joko widodo. ກ່າວຄວາມເຫັນຕໍ່ຜູ້ສະໜັບສະໜູນ 20.000 ຄົນຢູ່ນະຄອນຫຼວງ Jakata , ທ່ານ Joko widodo ໃຫ້ຄຳໝັ້ນສັນຍາວ່າ ຈະແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງຂອງປະເທດ. ໃນຂະນະນັ້ນທ່ານ Prabowo Subianto ໃຫ້ຮູ້ວ່າ, ຈະນຳມາເຊິ່ງພື້ນຖານປະຊາທິປະໄຕໃຫ້ປະຊາຊົນທຸກຄົນ. ຊາວອິນໂດເນເຊຍທີ່ດຳລົງຊີວິດຢູ່ຕ່າງປະເທດ ໄດ້ໄປປ່ອນບັດນັບແຕ່ວັນທີ 4/7. ປະຈຸບັນ, ຕຳຫຼວດປະເທດນີ້ໄດ້ພ້ອມແລ້ວທີ່ຈະຮັບປະກັນຄວາມປອດໄພໃຫ້ແກ່ການເລືອກຕັ້ງປະທານາທະບໍດີໃນວັນທີ 9/7.