ຕຳຫຼວດ ອິນໂດເນເຊຍ
(ພາບ: AP)
(vovworld) - ວັນທີ 20/12, ຕຳຫຼວດ ອິນໂດເນເຊຍ ແຈ້ງໃຫ້ຮູ້ວ່າ ປະເທດນີ້ສາມາດທຳລາຍກົນອຸບາຍບຸກໂຈມຕີກໍ່ການຮ້າຍຂະໜາດໃຫຍ່, ດ້ວຍການຈັບຕົວເປົ້າໝາຍຖືກສົງໄສຫຼາຍຄົນ ທີ່ກ່ຽວຂ້ອງເຖິງແຜນການວາງລະເບີດສະຫຼະຊີບຢູ່ນະຄອນຫຼວງ Jakata ໃນໂອກາດປີໃໝ່ 2016. ໃນການກວາດລ້າງທີ່ດຳເນີນຢູ່ບາງນະຄອນໃນເກາະ Java 2 ວັນຜ່ານມາ, ຕຳຫຼວດສາມາດຈັບຕົວ 5 ຄົນໃນກຸ່ມເປົ້າໝາຍຫົວຮຸນແຮງ ແລະ ເກັບເອົາທາດເຄມີ, ອຸປະກອນທົດລອງ ແລະ ຄັນທຸງຂອງ ອົງການລັດອິດສະລາມ (IS) ອ້າງຊື່ເອງ.