ອິນໂດເນເຊຍແລະມາເລເຊຍປຶກສາຫາລືກ່ຽວກັບການຄ້ຳປະກັນດ້ານສະບຽງອາຫານ
(ພາບປະກອບຈາກ indonesia.gr)
(vovworld) – ວັນທີ 18/11, ສະຫະສະມາຄົມ ສາດສະດາຈານ ອິນໂດເນເຊຍ (API) ແລະ ສະຫະສະມາຄົມ ສາດສະດາຈານ ມາເລເຊຍ (MPN) ໄດ້ສົມທົບກັນຈັດຕັ້ງເວທີປາໄສວິທະຍາສາດປຶກສາຫາລື ກ່ຽວກັບກະສິກຳ ແລະ ທັນຍາຫານຢູ່ສູນກອງປະຊຸມສາກົນ ອິນໂດເນເຊຍ ດ້ວຍການເຂົ້າຮ່ວມຂອງ ສາດສະດາຈານ, ນັກຮຽນຮູ້ຂອງ 2 ປະເທດເກືອບ 200 ຄົນ. ສາດສະດາຈານ Ari Purbayanto ສັງກັດສະຖາບັນກະສິກຳ Bogor (IPB) ໃຫ້ຮູ້ວ່າ: ກະສິກຳສວມບົດບາດສຳຄັນໃນການພັດທະນາຂອງທັງ ອິນໂດເນເຊຍ ແລະ ມາເລເຊຍ, ຍ້ອນ 2 ປະເທດລ້ວນແຕ່ຖືເປັນສຳຄັນການພັດທະນາພື້ນຖານເສດຖະກິດກະສິກຳ. ຊ້ຳບໍ່ໜຳ, ທັງ 2 ປະເທດພວມຕ້ອງປະເຊີນໜ້າກັບການທ້າທາຍກ່ຽວຂ້ອງເຖິງບັນຫາຄ້ຳປະກັນດ້ານສະບຽງອາຫານ ແລະ ຄວາມສະມາດສະໜອງທັນຍາຫານ ດັ່ງນັ້ນເວທີປາໄສສະຫະສະມາຄົມ ສາດສະດາຈານ ອິນໂດເນເຊຍ ແລະ ມາເລເຊຍ (IPIM) ປີນີ້ໄດ້ເລືອກຕັ້ງຫົວຂໍ້ວ່າ “ອະທິປະໄຕທັນຍາຫານຢູ່ ອິນໂດເນເຊຍ ແລະ ມາເລເຊຍ” ເພື່ອປຶກສາຫາລືບັນດາບັນຫາກະສິກຳຢ່າງເລິກເຊິ່ງ. ໄລຍະຈະມາເຖິງ, ຜ່ານ IPIM, 2 ປະເທດຈະເພີ່ມທະວີການແລກປ່ຽນບັນດານັກວິທະຍາສາດ, ຄູອາຈານ, ນັກສຶກສາ, ສົມທົບກັນຄົ້ນຄ້ວາກ່ຽວກັບບາງບັນຫາຄືການປ່ຽນແປງຂອງດິນຟ້າອາກາດ, ປ່ຽນໃໝ່ເຕັກໂນໂລຢີ, ບັນດາບັນຫາເສດຖະກິດ ແລະ ສັງຄົມອື່ນໆ.