ອີຢູ ຈັດວາງອັດຕາພາສີສໍາລັບເຫຼັກກ້ານໍາເຂົ້າລື່ນກາຍໂຄຕາ

(VOVWORLD) -ປະລິມານເຫຼັກກ້ານໍາເຂົ້າລື່ນກາຍໂຄຕາ ແຕ່ບໍ່ກາຍ 105% ລະດັບເພດານອະນຸຍາດ ໃນໄລຍະ 2015 – 2017 ຈະໄດ້ຍົກເວັ້ນພາສີ ຮອດປີ 2021

ກະຊວງການຕ່າງປະເທດ ສ.ເກົາຫຼີ ໃຫ້ຮູ້ວ່າ ຄະນະກໍາມະການເອີຣົບ (EC) ໄດ້ມີແຈ້ງການຕໍ່ອົງການການຄ້າໂລກ (WTO) ກ່ຽວກັບການຕັດສິນຈັດວາງອັດຕາພາສີ 25% ສໍາລັບເຫຼັກກ້ານໍາເຂົ້າ ສະຫະພາບເອີຣົບ ລື່ນກາຍໂຄຕາ ນັບແຕ່ວັນທີ 2 ກຸມພາ ເປັນຕົ້ນໄປ.  ແຈ້ງການໃນວັນທີ 04 ມັງກອນ, EC ໄດ້ຊີ້ແຈ້ງວ່າ ປະລິມານເຫຼັກກ້ານໍາເຂົ້າລື່ນກາຍໂຄຕາ ແຕ່ບໍ່ກາຍ 105% ລະດັບເພດານອະນຸຍາດ ໃນໄລຍະ 2015 – 2017 ຈະໄດ້ຍົກເວັ້ນພາສີ ຮອດປີ 2021. ຖ້າຫາກ ປະລິມານເຫຼັກກ້ານໍາເຂົ້າ ລື່ນກາຍລະດັບດັ່ງກ່າວ ຈະຖືກເສຍພາສີ 25%.       

        ເຖິງຢ່າງໃດກໍຕາມ, ທ່ານ Kim Hee – sang  ຜູ້ອໍານວຍການຮັບຜິດຊອບບັນດາບັນຫາເສດຖະກິດສອງຝ່າຍ  ສັງກັດກະຊວງການຕ່າງປະເທດ ສ.ເກົາຫຼີ ໃຫ້ຮູ້ວ່າ ບັນດາວິສາຫະກິດຜະລິດເຫຼັກກ້າ ຂອງ ສ.ເກົາຫຼີ ຄື POSCO ຈະໄດ້ຮັບໂຄຕາຕື່ມອີກ ນອກຈາກ ປະລິມານສະເລ່ຍ ທີ່ສົ່ງອອກ ໄປຍັງ ອີຢູ ໃນໄລຍະ 2019 – 2021.


ຕອບກັບ

ຂ່າວ/ບົດ​ອື່ນ