ອີ​ຢູ ປຸກລະດົມ​ບັ້ນ​ການທະຫານ​ເຮືອ​ຄັ້ງ​​ໃໝ່ຢູ່​ທະ​ເລເມດີແຕຣາ​ເນ

(VOVWORLD) -ຜ່ານບັ້ນການທະຫານ Irini ນີ້, ກໍາລັງກອງທັບເຮືອຂອງ ອີຢູ ອາດຈະກວດກາບັນດາກໍ່າປັ່ນຢູ່ນອກຝັ່ງຂອງ ລີບີ ທີ່ຖືກສົງໄສວ່າ ໄດ້ຂົນສົ່ງອາວຸດ ຫຼືບັນດາວັດຖຸທີ່ກ່ຽວຂ້ອງເຖິງການໄປຮອດລີບີ ຫຼື ເດີນທາງອອກມາຈາກ ລີບີ.

ວັນທີ 31 ມີນາ, ສະຫະພາບເອີຣົບ (ອີຢູ) ປະກາດວ່າ ຈະເລີ່ມດໍາເນີນບັ້ນການທະຫານເຮືອຄັ້ງໃໝ່ ທີ່ມີຊື່ວ່າ Irini ຢູ່ເຂດທະເລເມດີແຕຣາເນ. ບັ້ນການທະຫານດັ່ງກ່າວ ຈະດໍາເນີນພາຍໃນໜຶ່ງປີ, ໂດຍເລີ່ມແຕ່ວັນທີ 01 ເມສາ, ດ້ວຍໜ້າທີ່ຕົ້ນຕໍແມ່ນປະຕິບັດຄໍາສັ່ງຂວໍ້າບາດອາວຸດເພີ່ມເຕີມຂອງ ສະຫະປະຊາຊາດ ຜ່ານການນໍາໃຊ້ກໍາລັງກອງທັບອາກາດ, ລະບົບດາວທຽມ ແລະ ການເດີນທະເລ. ພິເສດ, ຜ່ານບັ້ນການທະຫານ Irini ນີ້, ກໍາລັງກອງທັບເຮືອຂອງ ອີຢູ ອາດຈະກວດກາບັນດາກໍ່າປັ່ນຢູ່ນອກຝັ່ງຂອງ ລີບີ ທີ່ຖືກສົງໄສວ່າ ໄດ້ຂົນສົ່ງອາວຸດ ຫຼືບັນດາວັດຖຸທີ່ກ່ຽວຂ້ອງເຖິງການໄປຮອດລີບີ ຫຼື ເດີນທາງອອກມາຈາກ ລີບີ.

ດ້ວຍການເຄື່ອນໄຫວດັ່ງກ່າວ, ກໍາລັງກອງທັບເຮືອ ຂອງ ອີຢູ ກໍຈະມີໜ້າທີ່ເກັບກໍາຂໍ້ມູນກ່ຽວກັບເລື່ອງຄ້າຂາຍເຖື່ອນ ເຊື້ອໄຟ ແລະ ນໍ້າມັນ ຢ່າງຜິດກົດໝາຍຈາກລີບີ ກໍຄືໜູນຊ່ວຍບັນດາຊຸດອົບຮົມກໍາລັງປ້ອງກັນຝັ່ງທະເລຂອງລີບີ.

ຕອບກັບ

ຂ່າວ/ບົດ​ອື່ນ