ອີຢູ ຮຽກຮ້ອງການຮ່ວມມືກັບຕາເວັນອອກກາງ ເພື່ອຢຸດຕິການປະທະກັນຢູ່ເຂດ ກາຊາ

(VOVWORLD) - ທ່ານ Josep Borrell ຊີ້ແຈ້ງຄວາມຈຳເປັນຕ້ອງຢຸດຕິການປະທະກັນໂດຍໄວ ແລະ ປ່ອຍຕົວປະກັນ, ຫຼີກລ້ຽງເລື່ອງຊາວ ປາແລັດສະຕິນ ຕ້ອງຍົກຍ້າຍອອກຈາກເຂດດິນແດນຂອງຕົນ
ອີຢູ ຮຽກຮ້ອງການຮ່ວມມືກັບຕາເວັນອອກກາງ ເພື່ອຢຸດຕິການປະທະກັນຢູ່ເຂດ ກາຊາ - ảnh 1ເຮືອນຊານຖືກທຳລາຍຢູ່ເຂດ ກາຊາ
(ພາບ: IRNA/TTXVN)

        ວັນທີ 13 ມັງກອນ, ຜູ້ຕາງໜ້າຂັ້ນສູງກ່ຽວກັບນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງຂອງສະຫະພາບ ເອີລົບ (ອີຢູ) Josep Borrell ໄດ້ກະຕຸກຊຸກຍູ້ ເອີລົບ ຕ້ອງສາມັກຄີກັນ ແລະ ຮ່ວມມືກັບບັນດາຄູ່ຮ່ວມມືຕາເວັນອອກກາງ ເພື່ອຢຸດຕິສະພາບການປະທະກັນຢູ່ເຂດ ກາຊາ. ກ່າວຄຳເຫັນພາຍຫຼັງການຢ້ຽມຢາມເຂດຕາເວັນອອກກາງ, ທ່ານ Josep Borrell ຊີ້ແຈ້ງຄວາມຈຳເປັນຕ້ອງຢຸດຕິການປະທະກັນໂດຍໄວ ແລະ ປ່ອຍຕົວປະກັນ, ຫຼີກລ້ຽງເລື່ອງຊາວ ປາແລັດສະຕິນ ຕ້ອງຍົກຍ້າຍອອກຈາກເຂດດິນແດນຂອງຕົນ, ພ້ອມທັງກະຕຸກຊຸກຍູ້ບັນດາກຳລັງ ອິດສະຣາແອັນ ຖອນຕົວອອກຈາກເຂດ ກາຊາ ໂດຍໄວ.

          ໃນວັນດຽວກັນ, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ໄດ້ອອກສຽງຮຽກຮ້ອງດຳເນີນບັນດາການເຈລະຈາໃໝ່ກ່ຽວກັບເລື່ອງປ່ອຍຕົວປະກັນເຊິ່ງຂະບວນການອິດສະລາມ ຮາມາດ ຈັບຕົວຢູ່ເຂດ ກາຊາ. ອິດສະຣາແອັນ ໃຫ້ຮູ້ວ່າ, ມີ 132 ຄົນໃນຈຳນວນນັ້ນຍັງຖືກຈັບຕົວຢູ່ເຂດ ກາຊາ, ໃນນັ້ນ ຢ່າງໜ້ອຍສຸດມີ 25 ຄົນໄດ້ຮັບຖືວ່າເສຍຊີວິດແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ