ອີຢູ ຮຽກຮ້ອງໃຫ້ມີຄວາມລະມັດລະວັງໃນການພົວພັນດ້ານການຄ້າກັບ ຈີນ

(VOVWORLD) - ປັກກິງ ແມ່ນຄູ່ແຂ່ງແກ່ງແຍ້ງ ໃນຂະນະທີ່ຕະຫລາດຂອງປະເທດນີ້ ບໍ່ມີລະດັບຄວາມຈຳເປັນໃນການເປີດຕະຫລາດຢ່າງພຽງພໍ. 
ອີຢູ ຮຽກຮ້ອງໃຫ້ມີຄວາມລະມັດລະວັງໃນການພົວພັນດ້ານການຄ້າກັບ ຈີນ - ảnh 1 ພາບປະກອບ

ວັນທີ 22 ມີນາ, ທີ່ກອງປະຊຸມສຸດຍອດສະຫະພາບ ເອີຣົບ (ອີຢູ) ຢູ່ ບຣຸກແຊນ, ບັນດາການນຳ ອີຢູ ໄດ້ຮຽກຮ້ອງຕ້ອງມີຄວາມລະມັດລະວັງໃນການພົວພັນດ້ານການຄ້າກັບ ຈີນ ແລະ ຢືນຢັນວ່າ: ປັກກິງ ແມ່ນຄູ່ແຂ່ງແກ່ງແຍ້ງ ໃນຂະນະທີ່ຕະຫລາດຂອງປະເທດນີ້ ບໍ່ມີລະດັບຄວາມຈຳເປັນໃນການເປີດຕະຫລາດຢ່າງພຽງພໍ. ອີຢູ ໄດ້ຊອກຫາວິທີຫຼີກລ້ຽງການແຊກແຊງເຂົ້າສົງຄາມການຄ້າທີ່ມີມູນຄ່າຂຶ້ນເຖິງນັບຕື້ USD ລະຫວ່າງ ວໍຊິງຕັນ ແລະ ປັກກິງ, ແຕ່ ອີຢູ ນັບມື້ນັບຜິດຫວັງ ຍ້ອນບັນດາການຕີລາຄາກ່ຽວກັບສະພາບການອາລັກຂາ ແລະ ການແຊກແຊງເຂົ້າໃນພື້ນຖານເສດຖະກິດຂອງລັດຖະບານ ຈີນ, ພ້ອມທັງຖືວ່າ ລະດັບຄວາມໄວໃນການເປີດປະຕູຂອງພື້ນຖານເສດຖະກິດ ຈີນ ແມ່ນຍັງຊັກຊ້າຢູ່.

ຕອບກັບ

ຂ່າວ/ບົດ​ອື່ນ