(VOVWORLD) - ານ Pedro Sanchez ນາຍົກລັດຖະມົນຕີ ແອັດສະປາຍ ເນັນໜັກວ່າ: ແອດສະປາຍ ຖື ຈີນ ແມ່ນຄູ່ຮ່ວມມືສຳຄັນຂອງ ອີຢູ.
ວັນທີ 11 ເມສາ, ໂຄສົກທ່ານໜຶ່ງຂອງສະພາ ເອີລົບ ໃຫ້ຮູ້ວ່າ ບັນດາເຈົ້າໜ້າທີ່ອະວຸໄສ ອີຢູ ແລະ ການນຳ ຈີນ ຄ່າດວ່າຈະຈັດກອງປະຊຸມສຸດຍອດຄັ້ງຕໍ່ໄປຢູ່ນະຄອນຫຼວງ ປັກກິງ ຂອງ ຈີນ ໃນເດືອນກໍລະກົດຈະມາເຖິງນີ້, ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນສອງຝ່າຍ (1975-2025).
ໃນຂະນະນັ້ນ, ກ່າວຄຳເຫັນທີ່ການພົບປະກັບທ່ານ ສືຈິນຜິງ ປະທານປະເທດ ຈີນ ຢູ່ ປັກກິງ ເມື່ອວັນທີ 11 ເມສາ, ທ່ານ Pedro Sanchez ນາຍົກລັດຖະມົນຕີ ແອັດສະປາຍ ເນັນໜັກວ່າ: ແອດສະປາຍ ຖື ຈີນ ແມ່ນຄູ່ຮ່ວມມືສຳຄັນຂອງ ອີຢູ ແລະ ປາດຖະນາຢາກຊຸກຍຸ້ການຄ້າ ແລະ ການລົງທຶນຢ່າງດຸ່ນດ່ຽງ, ເພື່ອສ້າງເງື່ອນໄຂພັດທະນາຕາມສິໃສທັດຂອງແຕ່ລະຝ່າຍ. ແລະກໍ່ຕາມທ່ານ Sanchez, ອີຢູ ໄດ້ໃຫ້ຄຳໝັ້ນໝາຍກັບການຄ້າເປີດ ແລະ ເສລີ, ພ້ອມທັງໄດ້ເດີນຕາມລັດທິຫຼາຍຝ່າຍ.