ອີຢູ ແລະ ອັງກິດ ດຳເນີນການເຈລະຈາໂດຍໄວ

(VOVWORLD) - ບັນດານັກເຈລະຈາກ່ຽວກັບວິວັດທະນາການປະເທດ ອັງກິດ ຖອນອອກຈາກສະຫະພາບ ເອີຣົບ (ອີຢູ) ຫຼື ເອີ້ນວ່າ Brexit, ຈະດຳເນີນການເຈລະຈາ 2 ເທື່ອ/ເດືອນ ຢູ່ ບຣຸກແຊນ,
ອີຢູ ແລະ ອັງກິດ ດຳເນີນການເຈລະຈາໂດຍໄວ - ảnh 1ທ່ານລັດຖະມົນຕີ Brexit ຂອງ ອັງກິດ David Davis (ພາບ: THX/TTXVN)

ຈະເລີ່ມຕົ້ນແຕ່ອາທິດໜ້າ ເພື່ອສາມາດບັນລຸໄດ້ຂໍ້ຕົກລົງກ່ຽວກັບໄລຍະຂ້າມຜ່ານ. ຝ່າຍ ອັງກິດ ເຊື່ອໝັ້ນວ່າ ຈະບັນລຸໄດ້ຂໍ້ຕົກລົງຊົ່ວຄາວກ່ຽວກັບໄລຍະຂ້າມຜ່ານທີ່ກອງປະຊຸມສຸດຍອດ ອີຢູ ເຊິ່ງຈະດຳເນີນໃນວັນທີ 22 – 23 ມີນາ ຢູ່ ບຣຸກແຊນ.

        ອັງກິດ ແລະ ອີຢູ ຫວັງວ່າ ຖະແຫຼງການຮ່ວມກ່ຽວກັບທາດແທ້ຂອງໄລຍະຂ້າມຜ່ານ ອາດຈະຍົກອອກມາໃນເດືອນ ມີນາ ເພື່ອໃຫ້ບັນດາວິສາຫະກິດ ແລະ ພົນລະເມືອງ ມີຄວາມແນ່ນອນ ແນໃສ່ຍົກອອກບັນດາຄຳຕັດສິນທີ່ກ່ຽວຂ້ອງເຖິງອະນາຄົດຂອງເຂົາເຈົ້າ.

ຕອບກັບ

ຂ່າວ/ບົດ​ອື່ນ