ອີຢູກະຕຸກຊຸກຍູ້ອັງກິດກຳນົດຮູບແບບການພົວພັນ 2 ຝ່າຍຢ່າງຈະແຈ້ງ

(VOVWORLD) -ວັນທີ 15 ມັງກອນ, ທ່ານຮອງປະທານຄະນະກຳມະການເອີລົບ Frans Timmermans ຖືວ່າ, ອັງກິດ ຄວນກຳນົດຮູບແບບການພົວພັນ 2 ຝ່າຍຢ່າງຈະແຈ້ງ ເຊິ່ງປະເທດນີ້ປາດຖະໜາຢາກສ້າງການພົວພັນກັບສະຫະພາບເອີລົບ (ອີຢູ) ພາຍຫຼັງຖອນອອກຈາກກຸ່ມ (Brexit).

ອີຢູກະຕຸກຊຸກຍູ້ອັງກິດກຳນົດຮູບແບບການພົວພັນ 2 ຝ່າຍຢ່າງຈະແຈ້ງ - ảnh 1

ທ່ານຮອງປະທານຄະນະກຳມະການເອີລົບ Frans Timmermans 

(ພາບປະກອບ: AFP/TTXVN)

ກ່າວຄຳເຫັນຕໍ່ໜ້າວົງການນັກຂ່າວຢູ່ບຣຸກແຊນ, ທ່ານ Timmermans ຢືນຢັນວ່າ, ເລື່ອງອັງກິດ ຊີ້ແຈ້ງທັດສະນະ ແລະ ຄວາມປາດຖະໜາຂອງຕົນກ່ຽວກັບຮູບແບບການຮ່ວມມື 2 ຝ່າຍ ພາຍຫຼັງ Brexit ແມ່ນມີຜົນປະໂຫຍດທີ່ສຸດ, ຍ້ອນໃນສະພາບຕົວຈິງ ລອນດອນ ແມ່ນຝ່າຍຢາກ “ຖອນອອກ” ສະນັ້ນ, ຄວາມປາດຖະໜາຂອງເຂົາເຈົ້າຕ້ອງຈະແຈ້ງ. ອີຢູ ຕ້ອງຮູ້ຢ່າງຊັດເຈັນວ່າ ອັງກິດ ຕ້ອງການຫຍັງໃນການພົວພັນ 2 ຝ່າຍ ກ່ອນທີ່ຈະເລີ່ມຕົ້ນບັນດາການເຈລະຈາກ່ຽວກັບບັນຫານີ້.

        ທ່ານ Timmermans ກໍ່ປະຕິເສດຄຳຖະແຫຼງກ່ອນໜ້ານັ້ນຂອງທ່ານລັດຖະມົນຕີກະຊວງການເງິນອັງກິດ Philip Hammond ທີ່ຖືວ່າ, ອີຢູ ພວມກະຕຸກຊຸກຍູ້ຂໍ້ຕົກລົງລົງໂທດອັງກິດ ຍ້ອນມີຄວາມວິຕົກກັງວົນວ່າບັນດາປະເທດອື່ນຈະ “ເດີນຕາມ” ລອນດອນ ຖອນອອກຈາກອີຢູ.

ຕອບກັບ

ຂ່າວ/ບົດ​ອື່ນ