ອີຢີບ ສືບຕໍ່ເກີດຄວາມເຄັ່ງຕຶງ ກ່ຽວຂ້ອງເຖິງລັດຖະທຳມະນູນສະບັບໃຫມ່

ອີຢີບ ສືບຕໍ່ເກີດຄວາມເຄັ່ງຕຶງ    ກ່ຽວຂ້ອງເຖິງລັດຖະທຳມະນູນສະບັບໃຫມ່ - ảnh 1
ປຊຊ ນັບ​ພັນ​ຄົນ ​ໄດ້​ລົງ​ຖະຫນົນ​ເຂົ້າ​ຮ່ວມ​ການ​ແຫ່​ຂະ​ບວນປະ​ທ້ວງ
ຄັດຄ້ານ​ລັດຖະທຳ​ມະນູນ​ສະບັບ​​ໃຫມ່
ພາບ:Reuters


(vovworld) - ກ່ອນ​ດຳ​ເນີນ​ການ​ຢັ່ງ​ຫາງ​ສຽງ​ຈາກ​ປະຊາຊົນ ກ່ຽວ​ກັບ​ລັດຖະທຳ​ມະນູນ​ສະບັບ​ໃຫມ່​ຂອງ​ອີ​ຢີບ ​ໃນ​ວັນ​ທີ 15/12, ປຊຊ ນັບ​ພັນ​ຄົນ ​ໄດ້​ລົງ​ຖະຫນົນ​ເຂົ້າ​ຮ່ວມ​ການ​ແຫ່​ຂະ​ບວນປະ​ທ້ວງ​ໃນ​ຫລາຍ​ມື້​ຜ່ານ​ມາ​ເພື່ອ​ຄັດຄ້ານ​ລັດຖະທຳ​ມະນູນ​ສະບັບ​ດັ່ງກ່າວ ກໍ​ຄື​ບັນດາ​ຂໍ້​ຕົກລົງ​ຫວ່າງ​ແລ້ວ​ນີ້​ຂອງ​ປະທານາທິບໍດີ Mursi. ​ໃນ​ຂະນະ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ນັບ​ພັນ​ຄົນ​ຍັງ​ຄົງ​ເຕົ້າ​ໂຮມ​ກັນຢູ່ ສະຫນາມ​ຫລວງ​ປົດ​ປ່ອຍ (Tahrir Square) ນັ້ນ, ມີ​ປະຊາຊົນກວ່າ 1000 ຄົນ​ໄດ້​ແຫ່​ຂະ​ບວນປະ​ທ້ວງ​ຢູ່​ທຳນຽບປະທານາທິບໍດີ ຕາມ​ຄຳ​ຮຽກຮ້ອງ​ຂອງ​ແນວ​ໂຮມ​ກູ້​ຊາດ ອີ​ຢີບ. ການ​ປະ​ທະ​ກັນ​ລະຫວ່າງ​ຜູ້​ແຫ່​ຂະ​ບວນປະ​ທ້ວງ ​ແລະ ຕຳຫລວດ ​ໄດ້​ເຮັດ​ໃຫ້ 10 ຄົນ​ຖືກ​ບາດ​ເຈັບ. ​ໃນ​ວັນ​ດຽວ​ກັນຢູ່​ຫລາຍ​ແຂວງ​, ນະຄອນອື່ນ ​ໃນ​ອີ​ຢີບ ກໍ​ໄດ້​ເກີດ​ການ​ແຫ່​ຂະ​ບວນປະ​ທ້ວງ​ຫລາຍ​ຄັ້ງ​ເພື່ອ​ຄັດຄ້ານ​ລັດຖະທຳ​ມະນູນ​ສະບັບ​ໃຫມ່​ດັ່ງກ່າວ .

 

 

 

ຂ່າວ/ບົດ​ອື່ນ