ອີຢີບ ແຫ່ຂະບວນປະທ້ວງຄັດຄ້ານ ຖະແຫຼງການລັດຖະທຳມະນູນ ຂອງປະທານາທິບໍດີ

ອີຢີບ ແຫ່ຂະບວນປະທ້ວງຄັດຄ້ານ ຖະແຫຼງການລັດຖະທຳມະນູນ ຂອງປະທານາທິບໍດີ - ảnh 1
ປະຊາຊົນ​ນັບ​ພັນ​ຄົນ​ໄດ້​​​​ແຫ່ຂະ​ບວນ​ຢູ່​ນະຄອນຫຼວງ ກາຍ​​ໂຮ
(ພາບ: Reuters)


(vovworld) -     ປະຊາຊົນ​ນັບ​ພັນ​ຄົນ​ໄດ້​​​​ແຫ່ຂະ​ບວນ​ເຖິງ​ສະໜາມ​ຫຼວງ​ໃຈກາງ​ເມືອງ Tahrir ຢູ່​ນະຄອນຫຼວງ ກາຍ​​ໂຮ, ປະ​ເທດອີ​ຢີບ​. ​ໃນ​ວັນ​ທີ 27/11, ​ເລີ່​ມຕົ້ນ​ການ​ແຫ່​ຂະ​ບວນປະ​ທ້ວງ​ຄັ້ງ​​ໃໝ່​ທີ່​ມີ​ຂອບ​ຂະໜາດ​ໃຫຍ່​​ໃນ​ທົ່ວ​ປະ​ເທດ ​ເພື່ອ​ຄັດ​ຄ້ານຖະ​ແຫຼ​ງ​ການລັດຖະທຳ​ມະນູນ​ຂອງ​ປະທານາທິບໍດີ Mohamed Morsi. ທີ່​ກາຍ​​ໂຣ, ປະຊາຊົນ​ນັບ​ພັນ​ຄົນ​ໄດ້​ເຕົ້າ​ໂຮມຢູ່ສະໜາມ​ຫຼວງ​ໃຈກາງ​ເ​ມື​ອງ Tahrir ພ້ອມດ້ວຍ​ປ້າຍຄຳ​ຂວັນ​ຮຽກຮ້ອງ​​ໃຫ້ຍຸບ​ເລີກລັດຖະບານ. ການປະ​ທະ​ກັນ​ໄດ້​ເກີດ​ຂຶ້ນ​ລະຫວ່າງ​ກຳລັງ​ຕຳຫຼວດກັບ ບັນ​ດາ​ໄວ​ໜຸ່ມ​ທີ່​ເຂົ້າ​ຮ່ວມ​ການ​ແຮ່​ຂະ​ບວນປະ​ທ້ວງ ຢູ່​​ໃກ້​ກັບ​ເຂດ Tahrir. ການແຫ່ຂະ​ບວນປະ​ທ້ວງກໍ​ເກີດ​ຂຶ້ນ​ຢູ່​ຫຼາຍ​ນະຄອນ​ຂອງ​ອີ​ຢີບ ​ໃນ​ຈຸດ​ເວລາ​ດຽວ​ກັນ. ຢູ່​ນະຄອນ Alexandra, ປະຊາຊົນ​ນັບ​ຮ້ອຍ​ຄົນ​ໄດ້​ເຕົ້າ​ໂຮມ​ຢູ່ສະໜາມ​ຫຼວງ Qaitbay. ບັນດາ​ນັກ​ຈັດ​ຕັ້ງ​​ເຫດການໃຫ້​ຮູ້​ວ່າ ​ມີ​ການ​ແຫ່​ຂະ​ບວນປະ​ທ້ວງ ອີກ 2 ​ຄັ້ງ​ຖືກດຳ​ເນີນ​ໄປ​ຢູ່​ນະຄອນ​ນີ້​ໃນ​ວັນ​ທີ 27/11. ຄາດ​ວ່າ, ການ​ແຫ່​ຂະ​ບວນປະ​ທ້ວງ​ຈະ​ເກີດ​ຂຶ້ນ​ຢູ່​ທົ່ງພຽງ​ແມ່​ນ້ຳ ນິນ ​ແລະ ທາງ​ພາກ​ກາງຂອງອາຣັບ ອີກ​ດ້ວຍ.

ຂ່າວ/ບົດ​ອື່ນ