ອີຢິບຍັງຄົງຂາດ ສະຖຽນລະພາບກ່ອນທີ່ ດຳເນີນການລົງປະຊາມະຕິ

ອີຢິບຍັງຄົງຂາດ ສະຖຽນລະພາບກ່ອນທີ່ ດຳເນີນການລົງປະຊາມະຕິ - ảnh 1
ລົດ​ຖັງ​ໄດ້​ຖືກ​ຜັນ​ຂະຫຍາຍ​ຢູ່​ບໍລິ​ເວັນ​ນອກ​ເຮືອນ​ວິນ​ລາ ​ຂອງປະທານາທິບໍດີ Mohamed Morsi (ພາບ: internet)


Vovworld- ວັນທີ 13/12, ຝ່າຍອິດສະລາມຢູ່ອີຢິບໄດ້ຮຽກຮ້ອງໃຫ້ດຳເນີນການ ແຫ່ຂະ​ບວນເພື່ອ ສະໜັບສະໜູນປະທານາທິບໍດີ Mohamed Morsi ​ແລະ ຮ່າງ​ລັດຖະທຳ​ມະນູນ. ​ໃນ​ຂະນະ​ນັ້ນ, ບັນດາ​ກຳລັງ​ຝ່າຍ​ຄ້ານ​ກໍ​ໄດ້​ດຳ​ເນີນ​ການ​ແຫ່​ຂະ​ບວນປະ​ທ້ວງ​ຄັດຄ້ານ​ການ​ລົງ​ປະຊາ​ປະຕິ​ຊຶ່ງ​ຄາດ​ວ່າ​ຈະ​ດຳ​ເນີນ​ໃນ​ວັນ​ທີ 15 ​ແລະ 22/12 ທີ່​ຈະ​ມາ​ເຖິງ. ກ່າວຄຳ​ເຫັນ​ທາງ​​ໂທລະພາບ​ອີ​ຢິບ​ເມື່ອ​ວັນ​ທີ 14/12, ທ່ານ El Baradei ອະດີດ​ຜູ້ອຳ​ນວນ​ການ​ໃຫຍ່ IAEA , ຜູ້​ເຄີຍ​ໄດ້​ຮັບ​ລາງວັນ Nobel ວັນ​ຕິ​ພາບ, ພ້ອມ​ທັງ​ແມ່ນນັກ​ເຄື່ອນ​ໄຫວ​ປະຊາທິປະ​ໄຕ​ອັນ​ດັບ​ຕົ້ນ​ຂອງ​ປະ​ເທດ​ນີ້​ໄດ້​ຮຽກຮ້ອງປະທານາທິບໍດີ Mohamed Morsi ຈົ່ງ​ໂຈະ​ການ​ລົງ​ປະຊາ​ມະຕິ​ໄວ້​ຊົ່ວຄາວ​ແນ​ໃສ່​ຫຼີກ​ລ້ຽງ​ອັນ​ທີ່​ທ່ານເອີ້ນວ່າ “ ​ເງົາ​ຜີ​ຂອງສົງຄາມ​ກາງ​ເມືອງ”. ທ່ານ El Baradei ຍັງ​ຍັງ​ຮຽກຮ້ອງ​ໃຫ້​ຊາວ​ອີ​ຢິບປະຕິ​ເສດ​ກັບ​ຮ່າງ​ລັດຖະທຳ​ມະນູນ​ຖ້າ​ຫາກ​ວ່າ ປະທານາທິບໍດີ Mohamed Morsi ບໍ່​ໂຈະ ການ​ລົງ​ປະຊາ​ມະຕິນີ້.

 

 

 

 

 

 

 

 

ຂ່າວ/ບົດ​ອື່ນ