ອີຢີບມອບສິດພິເສດ ໃຫ້ຕຳຫຼວດເພື່ອຢຸດຕິ ການຈະລາຈົນ


 ອີຢີບມອບສິດພິເສດ ໃຫ້ຕຳຫຼວດເພື່ອຢຸດຕິ ການຈະລາຈົນ - ảnh 1

(ພາບ: AP )

 (vovworld)-  ​ລັດຖະບານອີຢີບ ຫາກໍ່ຕົກລົງອະນຸຍາດໃຫ້ຕຳຫຼວດບຸກເຂົ້າ ຂອບເຂດມະຫາວິທະຍາ​ໄລ​ແຫ່ງ​ຕ່າງໆ​ເພື່ອ​​ແກ້​ໄຂ​ບັນດາ​ການ​ປະ​ທະ​ກັນ ​ແລະ ​ແຫ່​ຂະ​ບວນປະ​ທ້ວງ ​ແຕ່​ບໍ່​ຕ້ອງ​ອະນຸຍາດ​ລ່ວງ​ໜ້າ. ວົງການ​ເຈົ້າໜ້າ​ທີ່​ປ້ອງ​ກັນ​ຄວາມ​ສະຫງົບ​ໃຫ້​ຮູ້​ວ່າ ຂໍ້​ຕົກລົງ​ດັ່ງກ່າວ​ໄດ້​ຍົກ​ອອກ​ມາ​ພາຍຫຼັງ​ເຫດການ​ນັກ​ສຶກສາ​ຜູ້ 1 ​ເສຍ​ຊີວິດ​ໃນ​ການ​ຈະລາຈົນ​ຢູ່​ຫໍ​ພັກນັກ​ສຶກສາ​ມະຫາວິທະຍາ​ໄລ Al Azhar ​ເມືອງ Nars City ທີ່​ນະຄອນຫຼວງ​ກາຍ​ໂຣ. ​​ວັນ​ທີ 21/11, ຫຼາຍກຸ່ມ​ນັກ​ສຶກສາມີ​ການ​ກະທຳ​ນາບ​ຂູ່​ຊື່​ງກັນ ​ແລະ ກັນ​ຢູ່​ມະຫາວິທະຍາ​ໄລ​ກາຍ​ໂຣ.

  ​ໃນ​ວັນ​ດຽວ​ກັນ, ສຳນັກ​ຂ່າວສານ​ ​ເມ​ນາ ​ໄດ້​ໃຫ້​ຂ່າວ​ວ່າ ມີ​ຕຳຫຼວດ​ຄົນ 1 ຖືກ​​ເສຍ​ຊີວິດ​​ໃນ​ການ​ບຸກ​ໂຈມ​ຕີ​ຢູ່​ເຂດ Ismailia ທາງ​ທິດຕາ​ເວັນ​ອອກ​ກາຍ​ໂຣ. ກ່ອນ​ໜ້ານັ້ນ, ຜູ້ບັນຊາ​ການ​ກຳລັງ​ປະຕິບັດ​ໜ້າ​ທີ່​ພິ​ເສດ​ອີ​ຢີບ ​ໄດ້​ຖືກ​ເຂັ່ນຂ້າ​ໃນ​ຂະນະ​ພວມ​​ຈັບ​ຕົວ​ບັນດາ​ມື​ປືນ​ຢູ່​ເຂດ Qaloubiya ທາງ​ທິດ​ເໜືອ​ນະຄອນຫຼວງ​ກາຍ​ໂຣ./.

ຂ່າວ/ບົດ​ອື່ນ