ອີຢູພ້ອມແລ້ວທີ່ຈະມອບສັນຍາການຄ້າດີທີ່ສຸດໃຫ້ອັງກິດ

(VOVWORLD) -ວັນທີ 20 ພະຈິກ, ທ່ານ Michel Barnier, ຫົວໜ້າຄະນະເຈລະຈາກ່ຽວກັບເລື່ອງອັງກິດ ຖອນຕົວອອກຈາກສະຫະພາບເອີລົບ (ອີຢູ) ຫຼື ເອີ້ນວ່າ Brexit ຢືນຢັນວ່າ

ອີຢູພ້ອມແລ້ວທີ່ຈະມອບສັນຍາການຄ້າດີທີ່ສຸດໃຫ້ອັງກິດ - ảnh 1 ທ່ານ Michel Barnier, ຫົວໜ້າຄະນະເຈລະຈາກ່ຽວກັບເລື່ອງອັງກິດ ຖອນຕົວອອກຈາກສະຫະພາບເອີລົບ

(ພາບ: AP)

ອີຢູ ພ້ອມແລ້ວທີ່ຈະມອບສັນຍາການຄ້າທີ່ມີຄວາມມຸ່ງມາດຫຼາຍທີ່ສຸດໃຫ້ອັງກິດ ພາຍຫຼັງ Brexit, ດ້ວຍເງື່ອນໄຂ ປະເທດນີ້ເຄົາລົບບັນດາມາດຕາ “ການຖອນຕົວອອກ”. ກ່າວຄຳເຫັນທີ່ສູນໃຫ້ຄຳປຶກສາປະຕິຮູບເອີລົບ, ທ່ານ Barnier ຊີ້ແຈ້ງວ່າ, ຖ້າຫາກອີຢູ ແລະ ອັງກິດ ເຈລະຈາຂໍ້ຕົກລົງຖອນຕົວອອກ “ຢ່າງກະທັດລັດ” ແລະ ສ້າງຕັ້ງຄວາມສະເໝີພາບໄດ້, ການພົວພັນຄູ່ຮ່ວມມືໃນອະນາຄົດຂອງ 2 ຝ່າຍແມ່ນມີຄວາມມຸ່ງມາດຫຼາຍທີ່ສຸດ.

        ໂດຍໄດ້ຢືນຢັນເລື່ອງອີຢູ ພ້ອມແລ້ວທີ່ຈະມອບສັນຍາການຄ້າດີທີ່ສຸດໃຫ້ອັງກິດ, ແຕ່ທ່ານ Barnier ກໍ່ເນັ້ນໜັກວ່າ ເພື່ອເປີດວິວັດທະນາການເຈລະຈາກ່ຽວກັບບັນດາເງື່ອນໄຂດ້ານການຄ້າກັບລອນດອນ, ກ່ອນອື່ນໝົດແມ່ນຕ້ອງແກ້ໄຂບັນດາເງື່ອນໄຂຂອງເລື່ອງຖອນຕົວອອກ ລວມທັງບັນດາຜົນກະທົບຍ້ອນການຖອນຕົວອອກຂອງອັງກິດ ຕໍ່ກັບບັນຫາ Ireland ຫຼື ແກ້ໄຂບັນຫາຊຳລະດ້ານການເງິນ.

ຕອບກັບ

ຂ່າວ/ບົດ​ອື່ນ