ອີຢູໃຫ້ຄຳໝັ້ນສັນຍາ ສະໜອງບ້ວງເງິນອຸ ປະຖຳຫຼາຍຖ້າບັນລຸ ໄດ້ສັນຕິພາບຢູ່ ຕາເວັນອອກກາງ


ອີຢູໃຫ້ຄຳໝັ້ນສັນຍາ ສະໜອງບ້ວງເງິນອຸ ປະຖຳຫຼາຍຖ້າບັນລຸ ໄດ້ສັນຕິພາບຢູ່ ຕາເວັນອອກກາງ - ảnh 1

ປະທານາທິບໍດີ ອິດສະຣາ​ແອນຢືນຢັນ:

 ຂໍ້​ຕົກລົງ​ສະຕິ​ພາບ​ຈະ​ບັນລຸ​ໄດ້​ໃນ​ເດືອນ​ໜ້າ

 (ພາບ: . THX/TTXVN)

(vovworld)- ​ ​ວັນ​ທີ 16/12, ສະຫະພາບ​ເອີ​ລົບ (ອີ​ຢູ) ​ໄດ້​ຍົກ​ອອກ​ຄຳໝັ້ນສັນຍາ​ກ່ຽວ​ກັບ​ປ້ວງ​ເງິນ​ອຸປະຖຳ “ທີ່​ບໍ່​ເຄີຍ​ມີ​ມາ“ ​ໃຫ້​ແກ່ ປາ​ແລດ​ສະຕິ​ນ ​ແລະ ອິດສະຣາ​ແອນ ຖ້າ​ສອງ​ຝ່າຍ​ບັນລຸ​ໄດ້​ຂໍ້​ຕົກລົງ​ສັນຕິພາບ​ສະບັບສຸດ​ທ້າຍ. ​ໃນ​ຂະນະ​ທີ່​ໄດ້ຕີ​ລາຄາ​ຄວາມ​ມານະ​ພະຍາຍາມ​ຂອງທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry ​ໃນ​ການ​ຊຸກ​ຍູ້​ຮອບ​ເຈລະຈາ​ສັນຕິພາບ​ຢູ່​ຕາ​ເວັນ​ອອກກກາງ​ຄັ້ງຕ່າງໆ ຫວ່າງ​ມໍ່​ໆມາ​ນີ້, ບັນດາ​ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດອີ​ຢູ ​ເນັ້ນໜັກ​ວ່າ: 28 ປະ​ເທດ​ສະມາຊິກ​ຂອງ​ກຸ່ມ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ຈະ​ສະໜອງ​ບ້ວງ​ເງິນ “ປະກອບ​ທີ່​ແທດ​ຈິງ“ ​ເພື່ອ​ແນ​ໃສ່​ບັນລຸ​ໄດ້​ຂໍ້​ຕົກລົງ​ຊື່​ງຈະ​ນຳ​ມາ​ເຊິ່ງສັນຕິພາບ, ສະຖຽນ​ລະ​ພາບ​ໃຫ້​ແກ່​ພາກ​ພື້ນ. ຕາມ​ຄຳໝັ້ນສັນຍາ​ດັ່ງກ່າວ​ແລ້ວ, ອີ​ຢູ ຈະ​ສະໜອງ​ບັນດາ​ບ້ວງ​ເງິນອຸປະຖຳ​ດ້ານ​ການ​ເມືອງ, ​ເສດຖະກິດ, ການ​ປ້ອງ​ກັນຊາ​ດ​ໃຫ້​ທັງ ປາ​ແລດ​ສະຕິ​ນ ​ແລະ ອິດສະຣາ​ແອນ, ພ້ອມ​ກັນນັ້ນຈະ​ສະໜອງ​ຂໍ້​ກຳນົດ “ຄູ່​ຮ່ວມ​ມື​ໃຫ້​ບຸລິມະສິດພິ​ເສດ“, ອະນຸຍາດ​ໃຫ້​ຝ່າຍ​ຕ່າງໆ​ສຳ​ພັດ​ກັບ​ບັນດາ​ຕະຫຼາດ​ທີ່​ກ້ວາງ​ໃຫ່ຍ ຂອງ​ອີ​ຢູ, ​ເປີດ​ກ້ວາງ​ການພົວພັນ​ແລກປ່ຽນ​ດ້ານ​ວັດທະນະທຳ, ຮ່ວມ​ສຳພັນ​ຕາໜ່າງວິທະຍາສາດ​ເຕັກນິກ ​ແລະ ສ້າງ​ເງື່ອນ​ໄຂ​ບຸລິມະສິດ​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ ກໍ່​ຄື​ຊຸກຍູ້​ບັນດາ​ເວທີ​ປາ​ໄສ​ໂອ້​ລົມ​ສົນທະນາ​ການ​ເມືອງ ​ແລະ ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຄວາມ​ສະຫງົບ​ໃນ​ກໍລະນີ​ຂໍ້​ຕົກລົງ​ສັນຕິພາບ​ສະບັບ​ສຸດ​ທ້າຍ​ໄດ້​ຮັບ​ການ​ລົງ​ນາມ./.

ຂ່າວ/ບົດ​ອື່ນ