ອີຣັກ ປົດປ່ອຍນະຄອນ Tal Afar ຢ່າງສົມບຸນ

(VOVWORLD) - ວັນທີ 27 ສິງຫາ, ບັນດາກຳລັງປ້ອງກັນຄວາມສະຫງົບ ອີຣັກ ປົດປ່ອຍນະຄອນ Tal Afar ຢ່າງສົມບູນ ພາຍຫລັງດຳເນີນການສູ້ຮົບທີ່ແກ່ຍາວເປັນເວລາ 8 ວັນ ກວດລ້າງອົງການ “ລັດອິດສະລາມ” (IS) ອອກຈາກນະຄອນນີ້. 
ອີຣັກ ປົດປ່ອຍນະຄອນ Tal Afar ຢ່າງສົມບຸນ - ảnh 1(ພາບປະກອບ AFP/TTXVN)

ການໄຊຊະນະນີ້ ຊ່ວຍໃຫ້ກຳລັງປ້ອງກັນຄວາມສະຫງົບ ອີຣັກ ກ້າວໄປໃກ້ກັບເປົ້າໝາຍປົດປ່ອຍເຂດ  Tal Afar ຢ່າງສົນບູນ, ນີ້ແມ່ນໜຶ່ງໃນບັນດາກຳແພງເຮືອນຮັງສຸດທ້າຍ ໂດຍ IS ຄວບຄຸມຢູ່ ອີຣັກ. ປະຈຸບັນ, ບັນດາພົນທະຫານ ແລະ ລົດຫຸ້ມເກາະພວມສືບຕໍ່ໄປທາງທິດເໜືອກ້າວໄປເຖິງເທດສະບານເມືອງ Ayadhiyah ປະຈຸບັນ ໂດຍ IS ຄວບຄຸມ ແລະ ບາງໝູ່ບ້ານຢູ່ອ້ອມຂ້າງ. Ayadhiyah ແມ່ນໜຶ່ງໃນ 3 ເທດສະບານເມືອງ ພ້ອມກັບບັນດາໝູ່ບ້ານອ້ອມຂ້າງນະຄອນ Tal Afar ສ້າງເປັນເຂດ Tal Afar ທີ່ກ້ວາງໃຫຍ່.

ຕອບກັບ

ຂ່າວ/ບົດ​ອື່ນ