ອີຣັກ ປົດປ່ອຍເຂດ Tal Afar ຈາກ IS ໄດ້ຢ່າງສົມບູນ

(VOVWORLD) - ວັນທີ 31 ສິງຫາ, ອຳນາດການປົກຄອງ ອີຣັກ ຖະແຫຼງວ່າ ບັນດາກຳລັງປະກອບອາວຸດປະເທດນີ້ ຍາດໄດ້ສິດຄວບຄຸມຄືນເຂດທາງທິດເໜືອຂອງນະຄອນ Tal Afar ແລະ ສ່ວນທີ່ຍັງເຫຼືອຂອງແຂວງ Nineveh,
ອີຣັກ ປົດປ່ອຍເຂດ Tal Afar ຈາກ IS ໄດ້ຢ່າງສົມບູນ - ảnh 1 (ພາບປະກອບ)

ເຊິ່ງແມ່ນໜຶ່ງໃນບັນດາຖານທີ່ໝັ້ນສຸດທ້າຍຂອງອົງການລັດອິດສະລາມ (IS) ຢູ່ພາກເໜືອ ອີຣັກ ຄືນໃໝ່, ພາຍຫລັງບັ້ນຮົບທີ່ແກ່ຍາວເປັນເວລາເກືອບ 2 ອາທິດ. ແຈ້ງການຈາກຫ້ອງວ່າການຂອງທ່ານນາຍົກລັດຖະມົນຕີ Haider al-Abadi ຢືນຢັນວ່າ “ປະຈຸບັນ ແຂວງ Nineveh ນອນໃນສິດຄວບຄຸມຢ່າງສົມບູນ” ຂອງບັນດາກຳລັງ ອີຣັກ.

        ແລະກໍ່ໃນວັນທີ 31 ສິງຫາ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອັງກິດ Michael Fallon ໃຫ້ຮູ້ວ່າ: ອັງກິດ ຈະສົ່ງພົນທະຫານຈຳນວນໜຶ່ງເຖິງ ອີຣັກ ເພື່ອໜູນຊ່ວຍກຳລັງທະຫານປະສົມ ດັບສູນບັນດາມືປືນສັງກັດອົງການ “ລັດອິດສະລາມ” (IS).

ຕອບກັບ

ຂ່າວ/ບົດ​ອື່ນ