ອີຣັກ: ຫົວໜ້າ IRGC ເສຍຊີວິດໃນເຫດບຸກໂຈມຕີຢູ່ສະໜາມບິນແບກແດດ

(VOVWORLD) -ພົນຈັດຕະວາ Qasem Soleimani ຖືກເສຍຊີວິດໃນເຫດບຸກໂຈມຕີທາງອາກາດແນໃສ່ຂະບວນລົດຂົນສົ່ງເຂົາເຈົ້າຢູ່ສະໜາມບິນສາກົນນະຄອນຫຼວງແບັກແດດ ໃນຮຸ່ງເຊົ້າວັນດຽວກັນ.

ອີຣັກ: ຫົວໜ້າ IRGC ເສຍຊີວິດໃນເຫດບຸກໂຈມຕີຢູ່ສະໜາມບິນແບກແດດ - ảnh 1 ພົນຈັດຕະວາ Qasem Soleimani

(ພາບ: Middle East Monitor)

ວັນທີ 03 ມັງກອນ, ຊ່ອງໂທລະພາບແຫ່ງລັດອີຣັກ ໄດ້ໃຫ້ຂ່າວວ່າ, ຫົວໜ້າຫົວໜ່ວຍ Quds ຂຶ້ນກັບກຳລັງພິທັກຮັກສາປະຕິວັດອິດສະລາມອີຣານ (IRGC), ພົນຈັດຕະວາ Qasem Soleimani ຖືກເສຍຊີວິດໃນເຫດບຸກໂຈມຕີທາງອາກາດແນໃສ່ຂະບວນລົດຂົນສົ່ງເຂົາເຈົ້າຢູ່ສະໜາມບິນສາກົນນະຄອນຫຼວງແບັກແດດ ໃນຮຸ່ງເຊົ້າວັນດຽວກັນ.

          ແລະກໍ່ໃນຕອນເຊົ້າວັນດຽວກັນ, ສຳນັກຂ່າວສານ Reuters ໄດ້ຄັດແຫຼ່ງຂ່າວຈາກບັນດາເຈົ້າໜ້າທີ່ອາເມລິກາ ໂດຍບໍ່ເຜີຍຊື່ໄດ້ຢັ້ງຢືນວ່າ, ໄດ້ດຳເນີນການບຸກໂຈມຕີແນໃສ່ 2 ເປົ້າໝາຍທີ່ກ່ຽວຂ້ອງເຖິງອີຣານ ຢູ່ນະຄອນຫຼວງແບັກແດດ ຂອງອີຣັກ, ແຕ່ບໍ່ເຜີຍລາຍລະອຽດຫຍັງຕື່ມອີກ.

          ກ່ອນໜ້ານັ້ນ, ກອງທັບອີຣັກ ໃຫ້ຮູ້ວ່າ, ລູກຈະຫຼວດໄດ້ຍິງໃສ່ສະໜາມບິນຢູ່ນະຄອນຫຼວງແບັກແດດ, ດ້ວຍເປົ້າໝາຍແມ່ນຂະບວນລົດທະຫານຂອງກຳລັງ Hashed al Shaabi, ເຊິ່ງໄດ້ເຮັດໃຫ້ 8 ຄົນເສຍຊີວິດ, ໃນນັ້ນມີບັນດາເຈົ້າໜ້າທີ່ສຳຄັນ.

ຕອບກັບ

ຂ່າວ/ບົດ​ອື່ນ