ອີ​ຣັກ ຮຽກ​ຕົວ ເອກ​ອັກ​ຄະ​ລັດ​ຖະ​ທູດ ອາ​ເມ​ລິກ​າ ມາເພື່ອຄັດ​ຄ້ານ​ບັນ​ດາ​ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ

(VOVWORLD) -ວັນທີ 5 ມັງກອນ, ກະຊວງການຕ່າງປະເທດ ອີຣັກ ໃຫ້ຮູ້ວ່າ ໄດ້ຮຽກຕົວທ່ານ ເອກອັກຄະລັດຖະທູດ ອາເມລິກາ Matthew Tueller ມາເພື່ອກ່າວປະນາມເຫດບຸກໂຈມຕີທາງອາກາດຂອງ ອາເມລິກາ ທີ່ຢູ່ໃກ້ສະໜາມບິນ ສາກົນ Baghdad ໃນວັນທີ 3 ມັງກອນ ເຊິ່ງເຮັດໃຫ້ນາຍພົນຂັ້ນສູງ ທ່ານໜຶ່ງ ຂອງອີຣານ ຖືກເສຍຊີວິດ.
ອີ​ຣັກ ຮຽກ​ຕົວ ເອກ​ອັກ​ຄະ​ລັດ​ຖະ​ທູດ ອາ​ເມ​ລິກ​າ ມາເພື່ອຄັດ​ຄ້ານ​ບັນ​ດາ​ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ - ảnh 1

ຜູ້ແຫ່ຂະບວນປະທ້ວງຢູ່ສະຖານທູດອາເມລິກາປະຈຳ ອີຣັກເພື່ອຄັດຄ້ານການບຸກໂຈມຕີທີ່ນອງເລືອດຂອງກອງທັບອາເມລິກາໃນທ້າຍອາທິດທີ່ຜ່ານມາ (ພາບ: ANI News)

ຖະແຫຼງການຂອງກະຊວງການຕ່າງປະເທດອີຣັກ ໄດ້ຊີ້ແຈ້ງວ່າ ເຫດບຸກໂຈມຕີທາງອາກາດດັ່ງກ່າວຂອງ ອາເມລິກາໄດ້ລະເມີດ ອະທິປະໄຕຂອງ ອີຣານຢ່າງແຮງ ແລະ ໄປຝືນກັບບັນດາໜ້າທີ່ທີ່ໄດ້ຕົກລົງກັນຂອງ ສະຫະພາບ ສາກົນ.

        ກ່ອນໜ້ານັ້ນ, ທ່ານນາຍົກລັດຖະມົນຕີ ອີຣັກ Adel Abdul Mahdi ໄດ້ກ່າວປະນາມອາເມລິກາທີ່ສັງຫານທ່ານ Quasem Soleimani ຜູ້ບັນຊາການກອງກຳລັງ Quds ແລະ ທ່ານ Al – Husssaini ຜູ້ບັນຊາການກຳລັງ Hashed al-Shaabi ຂອງ ອີຣັກ ໃນເຫດບຸກໂຈມຕີທາງອາກາດດັ່ງກ່າວ.

        ແລະກໍ່ໃນວັນດຽວກັນ, ສະພາແຫ່ງຊາດ ອີຣັກໄດ້ຮັບຮອງເອົາມະຕິສະບັບໜຶ່ງເຊິ່ງຮຽກຮ້ອງລັດຖະບານປະເທດນີ້ ຢຸດຕິການມີໜ້າຂອງບັນດາກຳລັງທະຫານຕ່າງປະເທດຢູ່ ດິນແດນຂອງ ປະເທດນີ້ ແລະ ຮັບປະກັນວ່າ ຈະບໍ່ມີກຳລັງຕ່າງປະເທດໃດໆມີສິດນຳໃຊ້ທີ່ດິນ, ນ່ານຟ້າ, ນ່ານທະເລຂອງ ອີຣັກ ບໍ່ວ່າດ້ວຍສາຍເຫດໃດ.

ຕອບກັບ

ຂ່າວ/ບົດ​ອື່ນ