ອີ​ຣານ: ການ​ເຈ​ລະ​ຈາ​ນິວ​ເຄຼຍ​ບັນ​ລຸ​ໄດ້​ຄວາມ​ຄືບໜ້າຫຼາຍ​ພໍ​ສົມ​ຄວນ

(VOVWORLD) -ທ່ານລັດຖະມົນຕີການຕ່າງປະເທດ ອີີຣານ ໃຫ້ຮູ້ວ່າ ປະເທດນີ້ພ້ອມແລ້ວທີ່ຈະແລກປ່ຽນນັກໂທດກັບ ອາເມລິກາ, ພ້ອມທັງຖືວ່າ ບັນດາການເຈລະຈາດ້ານນິວເຄຼຍຈະບັນລຸໄດ້ຢ່າງໄວທີ່ສຸດເທົ່າທີ່ຈະໄວໄດ້ ຖ້າຫາກວ່າ ອາເມລິກາ ຍົກອອກບັນດາຂໍ້ຕົກລົງດ້ານການເມືອງທີ່ຈຳເປັນ.
ອີ​ຣານ: ການ​ເຈ​ລະ​ຈາ​ນິວ​ເຄຼຍ​ບັນ​ລຸ​ໄດ້​ຄວາມ​ຄືບໜ້າຫຼາຍ​ພໍ​ສົມ​ຄວນ - ảnh 1ທ່ານ Saeed Khatibzadeh ໂຄສົກກະຊວງການຕ່າງປະເທດ ອີຣານ (ພາບ:  IRNA/TTXVN)

ວັນທີ 21 ກຸມພາ, ກ່າວຄຳເຫັນທີ່ການຖະແຫຼງຂ່າວປະຈຳອາທິດ, ທ່ານ Saeed Khatibzadeh ໂຄສົກກະຊວງການຕ່າງປະເທດ ອີຣານ ໄດ້ຕີລາຄາວ່າ ການເຈລະຈາເພື່ອແນໃສ່ຟື້ນຟູຂໍ້ຕົກລົງນິວເຄຼຍ ປີ 2015, ຫຼືຍັງໄດ້ເອີ້ນວ່າ ແຜນການເຄື່ອນໄຫວຮ່ວມຮອບດ້ານ (JCPOA), ບັນລຸໄດ້ບັນດາຄວາມຄືບໜ້າທີ່ສຳຄັນ. ເຖິງຢ່າງໃດກໍ່ຕາມ, ທ່ານ Saeed Khatibzadeh ເນັ້ນໜັກວ່າ ຈະບໍ່ສາມາດບັນລຸໄດ້ຂໍ້ຕົກລົງ ຈົນຮອດເວລາທຸກບັນຫາໄດ້ຮັບການເຫັນດີເປັນເອກະພາບຢູ່ການເຈລະຈາຢູ່ວຽນນາ (ປະເທດ ໂອຕາລິດ) ໃນຄັ້ງນີ້. ຕາມທ່ານແລ້ວ, ບັນດາບັນຫາທີ່ຍັງເຫຼືອ ແມ່ນບັນດາບັນຫາຍາກທີ່ສຸດ.

ກ່ອນໜ້ານັ້ນໃນວັນທີ 19 ກຸມພາ, ທ່ານລັດຖະມົນຕີການຕ່າງປະເທດ ອີີຣານ ໃຫ້ຮູ້ວ່າ ປະເທດນີ້ພ້ອມແລ້ວທີ່ຈະແລກປ່ຽນນັກໂທດກັບ ອາເມລິກາ, ພ້ອມທັງຖືວ່າ ບັນດາການເຈລະຈາດ້ານນິວເຄຼຍຈະບັນລຸໄດ້ຢ່າງໄວທີ່ສຸດເທົ່າທີ່ຈະໄວໄດ້ ຖ້າຫາກວ່າ ອາເມລິກາ ຍົກອອກບັນດາຂໍ້ຕົກລົງດ້ານການເມືອງທີ່ຈຳເປັນ.

ຕອບກັບ

ຂ່າວ/ບົດ​ອື່ນ