ອີຣານ ກ່າວເຕືອນ ການແຊກແຊງຂອງຕ່າງປະເທດ ເຂົ້າ ຊີຣີ

ອີຣານ ກ່າວເຕືອນ ການແຊກແຊງຂອງຕ່າງປະເທດ ເຂົ້າ ຊີຣີ - ảnh 1
ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ອີຣານ ທ່ານ Ahmad Vahidi

(vovworld) – ວັນ​ທີ 5/8, ອີຣານ ກ່າ​ວ​ເຕືອນ​ການ​ແຊກ​ແຊງ​ຂອງ​ຕ່າງປະ​ເທດ​ເຂົ້າ ຊີຣີ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ອີຣານ Ali Larijana ກ່າວ​ປະນາມ ອາ​ເມ​ລິ​ກາ ​ແລະ ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ​ໄດ້​ໜູນ​ຊ່ວຍ​ດ້ານ​ການ​ທະຫານ​ໃຫ້​ແກ່​ກຳລັງ​ຕ້ານ​ອຳນາດ​ການ​ປົກຄອງ​ຂອງ​ທ່ານ​ປະທານາທິບໍດີ ຊີຣີ Bashar Al Assad. ກ່ອນ​ໜ້າ​ນັ້ນ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ອີຣານ ທ່ານ Ahmad Vahidi ກໍ​ໄດ້​ກ່າວ​ເຕືອນ​ກ່ຽວ​ກັບ​ການ​ແຊກ​ແຊງດ້ານ​ການ​ທະຫານ​ຂອງ​ບັນດາ​ກຳລັງ​ຕ່າງປະ​ເທດ​ເຂົ້າ ຊີຣີ. ທ່ານ Vahidi ກໍ​ເນັ້ນ​ໜັກ​ວ່າ: ອີຣານ ບໍ່​ຜັນ​ຂະຫຍາຍ​ທະຫານ​ຢູ່ ຊີຣີ ​ແລະ ລັດຖະບານ ຊີຣີ ກໍ​ບໍ່​ສະ​ເໜີຂໍ​ການ​ຊ່ວຍ​ເຫຼືອ​ຈາກ ອີຣານ.

ຂ່າວ/ບົດ​ອື່ນ