ອີຣານ ຕັດສິນໃຈຄັດຄ້ານຄຳຮຽກຮ້ອງຂອງປະທານາທິບໍດີ ອາເມລິກາ ກ່ຽວກັບຂໍ້ຕົກລົງນິວເຄຼຍ

(VOVWORLD) - ວັນທີ 05 ພຶດສະພາ, ທ່ານເລຂາສະພາປ້ອງກັນຄວາມສະຫງົບແຫ່ງຊາດສູງສຸດ ອີຣານ Ali Shamkhani ໃຫ້ຮູ້ວ່າ:
ອີຣານ ຕັດສິນໃຈຄັດຄ້ານຄຳຮຽກຮ້ອງຂອງປະທານາທິບໍດີ ອາເມລິກາ ກ່ຽວກັບຂໍ້ຕົກລົງນິວເຄຼຍ - ảnh 1ທ່ານເລຂາສະພາປ້ອງກັນຄວາມສະຫງົບແຫ່ງຊາດສູງສຸດ ອີຣານ Ali Shamkhani  (ພາບ: IRNA)

ປະເທດນີ້ ໄດ້ຕັດສິນໃຈປະຕິເສດບັນດາຄຳຮຽກຮ້ອງຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ກ່ຽວກັບເລື່ອງປ່ຽນແປງຂໍ້ຕົກລົງນິວເຄຼຍລະຫວ່າງ ເຕເຮຣານ ແລະ ກຸ່ມ P5+1, ລວມມີ ລັດເຊຍ, ອາເມລິກາ, ຈີນ, ຝະຣັ່ງ, ອັງກິດ ແລະ ເຢຍລະມັນ. ທ່ານ Shamkhani ເນັ້ນໜັກວ່າ: ບັນດາຄຳຮຽກຮ້ອງນີ້ ຄ້າຍຄືວ່າແມ່ນການກະທຳຂົ່ມເຫັງ. ກ່າວຄຳເຫັນທາງໂທລະພາບແຫ່ງຊາດ ອີຣານ, ໃນສານທີ່ສົ່ງເຖິງທ່ານປະທານາທິບໍດີ Trump, ທ່ານ Shamkhani ຊີ້ແຈ້ງວ່າ: ນີ້ແມ່ນຂໍ້ຕົກລົງສາກົນ, ພ້ອມທັງ ຢືນຢັນວ່າ ອີຣານ ມີຄວາມສາມາດຢ່າງຄົບຖ້ວນເພື່ອຕີປະລາໄຊການກະທຳຂົ່ມເຫັງຂອງ ປະທານາທິບໍດີ ອາເມລິກາ.

        ຕາມເຈົ້າໜ້າທີ່ອີຣານແລ້ວ, ທ່ານປະທານາທິບໍດີ Trump ກ່າວວ່າ ທ່ານບໍ່ຍອມຮັບບັນດາຂໍ້ຕົກລົງພາຍໃຕ້ອຳນາດການປົດຄອງຂອງປະທານາທິບໍດີສະໄໝກ່ອນ ແລະ ມັນຕ້ອງໄດ້ປ່ຽນແປງ.

ຕອບກັບ

ຂ່າວ/ບົດ​ອື່ນ