ອີ​ຣານ ຕີ​ລາ​ຄາ​ວ່າ ຂໍ້​ຕົກ​ລົງ​ນິວ​ເຄຼຍ ໄດ້​ກາຍ​ເປັນ​ບໍ່​ມີ​ຄວາມ​ໝາຍ​ໃນ​ບາງ​ຂົງ​ເຂດ

(VOVWORLD) -ວັນທີ 16 ກຸມພາ, ທ່ານ Ali Shamkhani ເລຂາສະພາປ້ອງກັນຄວາມສະຫງົບແຫ່ງຊາດສູງສຸດ ອີຣານ ຖືວ່າ ຂໍ້ຕົກລົງນິວເຄຼຍ ທີ່ໄດ້ລົງນາມໃນປີ 2015 ລະຫວ່າງປະເທດນີ້ ກັບບັນດາປະເທດມະຫາອຳນາດໃນໂລກ ແມ່ນບໍ່ມີຄວາມໝາຍແລ້ວ.

ອີ​ຣານ ຕີ​ລາ​ຄາ​ວ່າ ຂໍ້​ຕົກ​ລົງ​ນິວ​ເຄຼຍ ໄດ້​ກາຍ​ເປັນ​ບໍ່​ມີ​ຄວາມ​ໝາຍ​ໃນ​ບາງ​ຂົງ​ເຂດ - ảnh 1ທ່ານ Ali Shamkhani ເລຂາສະພາປ້ອງກັນຄວາມສະຫງົບແຫ່ງຊາດສູງສຸດ ອີຣານ (ພາບ: TTXVN)

ລະອຽດແມ່ນ, ທ່ານ Ali Shamkhani ໃຫ້ຂໍ້ສັງເກດວ່າ ອາເມລິກາ ແລະ ບັນດາປະເທດ ເອີລົບ ບໍ່ປະຕິບັດບັນດາພັນທະທີ່ໄດ້ລະບຸໃນຂໍ້ຕົກລົງທີ່ເອີ້ນວ່າ ແຜນການເຄື່ອນໄຫວຮ່ວມຮອບດ້ານ (JCPOA). ດັ່ງນັ້ນ, ເມື່ອພິຈາລະນາກ່ຽວກັບບັນດາຜົນກະທົບດ້ານເສດຖະກິດທີ່ມີຕໍ່ອີຣານ ແລະ ເລື່ອງຍົກເລີກບັນດາມາດຕະການລົງໂທດເລັ່ງໃສ່ປະເທດນີ້ ເຫັນໄດ້ວ່າ ປັດຈຸບັນ ຂໍ້ຕົກລົງດັ່ງກ່າວມີແຕ່ເປືອກນອກ. ເຈົ້າໜ້າທີ່ທ່ານນີ້ຢັ້ງຢືນວ່າ ອີຣານ ຈະບໍ່ດຳເນີນບໍ່ວ່າການເຈະລຈາໃດຢູ່ນອກຂອບເຂດຂອງຂໍ້ຕົກລົງກັບ “ປະເທດອາເມລິກາ ທີ່ບໍ່ປະຕິບັດຕາມຄຳໝັ້ນສັນຍາ ແລະ ເອີລົບທີ່ບໍ່ມີຄວາມເປັນເຈົ້າການ”.

ວັນທີ 16 ກຸມພາ, ທ່ານລັດຖະມົນຕີການຕ່າງປະເທດ ອີຣານ ໄດ້ຮຽກຮ້ອງໃຫ້ສະພາແຫ່ງຊາດ ອາເມລິກາ ປະກາດໃຊ້ແຈ້ງການທາງການເມືອງວ່າ ວໍຊິງຕັນ ໃຫ້ຄຳໝັ້ນສັນຍາຈະປະຕິບັດຕາມຂໍ້ຕົກລົງຖ້າຫາກວ່າ ບັນດາຝ່າຍທີ່ເຂົ້າຮ່ວມການເຈລະຈາຢູ່ ວຽນນາ ບັນລຸໄດ້ຂໍ້ຕົກລົງເພື່ອແນໃສ່ຟື້ນຟູ JCPOA. ທ່ານຢັ້ງຢືນຄືນວ່າ ອີຣານຍາມໃດກໍ່ສະແດງບັນດາຄຳໝັ້ນສັນຍາຢ່າງຈະແຈ້ງ ແລະ ບັນດາປະເທດທີ່ຍັງເຫຼືອ ບໍ່ຕ້ອງມີຄວາມວິຕົກກັງວົນກ່ຽວກັບບັນຫານີ້ ແລະ ກົງກັນຂ້າມ, ເຕເຮຣານ ຮູ້ສຶກວ່າຍັງບໍ່ທັນມີຄວາມຮັບປະກັນ, ທຳອິດແມ່ນຈາກຝ່າຍອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ