ອີຣານ ປະຕິເສດຂໍ້ມູນ ຈັດສົ່ງທະຫານເຖິງອີຣັກ

ອີຣານ ປະຕິເສດຂໍ້ມູນ ຈັດສົ່ງທະຫານເຖິງອີຣັກ - ảnh 1
(ພາບປະກອບ: TTXVN)

(vovworld) –  ອີຣານ ຖະ​ແຫຼ​ງວ່າ ບໍ່ຈັດ​ສົ່ງ​ກຳລັງ​ກອງທັບ​ເຖິງ​ອີຣັກ ​ແລະ ຢືນຢັນ​ວ່າ ທຸກໆ​ຂໍ້​ມູນ​ກ່ຽວ​ກັບ​ການ​ມີໜ້າ​ຂອງ​ສືບ​ລັບ​ອີຣານ ບາງ​ຄົນຢູ່​ປະ​ເທດ​ອີຣັກ ​ແມ່ນ “ຜິດພາດ”. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ປະຈຳ​ອາທິດເມື່ອ​ວັນ​ທີ 25/06, ທ່ານ​ນາງ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອີຣານ Marzieh Afkham ​ໄດ້​ຢືນຢັນ​ຄືນ​ໃໝ່​ບັນດາ​ຂໍ້​ມູນ​ກ່ຽວ​ກັບ​​ເລື່ອງ​ເຕ​ເຣຣານ ​ແຊກ​​ແຊງ​ເຂົ້າ​​ອີຣັກ ລ້ວນ​ແຕ່​ເພື່ອ​ຈຸດປະສົງ “​ໂຄສະນາ ​ແລະ ​ເຮັດ​​ໃຫ້​ອຳນາດ​ການ​ປົກຄອງ ​ແບກ​ແດດ ອ່ອນ​ເພຍ​ລົງ”.

        ກ່ຽວ​ກັບ​ຄວາມ​ສາມາດ​ຮ່ວມ​ມື​ຂອງ 2 ລັດຕາ​ເວັນ​ອອກ​ກາງ ​ເພື່ອ​ຮັບ​ມື​ກັບ​ບັນດາ​ການ​ເຄື່ອນ​ໄຫວ​ບຸກ​ໂຈມ​ຕີ​ຂອງ​ອົງການ “ລັດ​ອິ​ດສລາມ ອີ​ຮັກ ​ແລະ ​ເຂດ Levant” (ISIL), ທ່ານ​ນາງ Afkham ​ໃຫ້​ຮູ້​ວ່າ ​ໄລ່​ມາ​ຮອດ​ຈຸດ​ເວລາ​ນີ້, ​ເຕ​ເຣຣານ ຍັງ​ບໍ່​ທັນ​ໄດ້​ຮັບ​ຂໍ້​ສະ​ເໜີ​ໃດ​ໆ​ຈາກ​ອຳນາດ​ການ​ປົກຄອງ​ແບກ​ແດດ. ​ໃນ​ກໍ່​ລະ​ນີ​ອີຣັກ ມີ​ຄວາມ​ຕ້ອງການຊ່ວຍ​ເຫຼືອ, ອີຣານ ຈະ​ຍົກ​ອອກ​ຂໍ້​ຕົກລົງ​ໂດຍອີງ​ໃສ່​ການ​ພົວພັນ​ລະຫວ່າງ 2 ປະ​ເທດ ​ແລະ ​ກົດໝາ​ຍສາກົນ.

ຂ່າວ/ບົດ​ອື່ນ