ອີຣານ ປະຕິເສດຂ່າວປິດປະຕູຊາຍແດນກັບພາກເໜືອ ອີຣັກ

(VOVWORLD) - ວັນທີ 15 ຕຸລາ, ກະຊວງການຕ່າງປະເທດ ອີຣານ ໄດ້ປະຕິເສດຂ່າວທີ່ຖືວ່າ:  
ອີຣານ ປະຕິເສດຂ່າວປິດປະຕູຊາຍແດນກັບພາກເໜືອ ອີຣັກ - ảnh 1 ໂຄສົກກະຊວງການຕ່າງປະເທດ ອີຣານ ທ່ານ Bahram Qassemi  ( ພາບ: AFP/TTXVN)

ປະເທດນີ້ໄດ້ປິດປະຕູຊາຍແດນກັບພາກເໜືອຂອງ ອີຣັກ, ເພື່ອແນໃສ່ຕອບໂຕ້ການລົງປະຊາມະຕິຮຽກເອົາເອກະລາດຂອງຊາວ Kurd ຢູ່ ອີຣັກ ເມື່ອເດືອນກ່ອນ. ໂຄສົກກະຊວງການຕ່າງປະເທດ ອີຣານ ທ່ານ Bahram Qassemi ໃຫ້ຮູ້ວ່າ: ອີຣານ ພຽງແຕ່ປິດເຂດນ່ານຟ້າສຳລັບເຂດຂອງຊາວ Kurd ຄືທີ່ເຄີຍໄດ້ຖະແຫຼງກ່ອນນີ້, ຕາມຂໍ້ສະເໜີຂອງອຳນາດການປົກຄອງສູນກາງ Baghdad ເທົ່ານັ້ນ. ທ່ານຢືນຢັນວ່າ ມາຮອດປະຈຸບັນ ຍັງບໍ່ທັນມີເຫດການຜັນແປໃໝ່ໃດໆ ຢູ່ເຂດດັ່ງກ່າວ.

        ໃນເດືອນແລ້ວນີ້, ອີຮານ ໄດ້ງົດທຸກຖ້ຽວບິນໄປ ແລະ ມາຈາກເຂດຊາວ Kurd ພາຍຫລັງການລົງປະຊາມະຕິຢູ່ທີ່ນີ້ ກໍ່ຄືການດຳເນີນການຊ້ອມຮົບຢູ່ເຂດຊາຍແດນຕິດກັບເຂດ ຊາວ Kurd.

ຕອບກັບ

ຂ່າວ/ບົດ​ອື່ນ