ອີຣານ ຢັ້ງຢືນການຮັກສາຄຳໝັ້ນສັນຍາສຳລັບຂໍ້ຕົກລົງນິວເຄຼຍ

(VOVWORLD) - ປະຕິກິລິຍາຕໍ່ການຕັດສິນຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ປະຕິເສດການຮັບຮູ້ເລື່ອງ ອີຣານ ໄດ້ເຄົາລົບຂໍ້ຕົກລົງນິວເຄຼຍ
ອີຣານ ຢັ້ງຢືນການຮັກສາຄຳໝັ້ນສັນຍາສຳລັບຂໍ້ຕົກລົງນິວເຄຼຍ - ảnh 1 ທ່ານປະທານາທິບໍດີ ອີຣານ Hassan Rouhani (ພາບ:  EPA/TTXVN)

ຊຶ່ງປະເທດນີ້ ບັນລຸໄດ້ກັບກຸ່ມ P5+1 (ລວມມີ: ອາເມລິກາ, ລັດເຊຍ, ອັງກິດ, ຝະຣັ່ງ ແລະ ເຢຍລະມັນ), ວັນທີ 13 ຕຸລາ, ທ່ານປະທານາທິບໍດີ ອີຣານ Hassan Rouhani ຢືນຢັນວ່າ ອີຣານ ຈະຮັກສາບັນດາຄຳໝັ້ນສັນຍາສຳລັບຂໍ້ຕົກລົງນິວເຄຼຍ ຈົດຮອດເວລາໃດ ຂໍ້ຕົກລົງນີ້ ຮັບໃຊ້ບັນດາຜົນປະໂຫຍດແຫ່ງຊາດຂອງ ອີຣານ. ທ່ານປະທານາທິບໍດີ Hassan Rouhani ໃຫ້ຮູ້ວ່າ: ຂໍ້ຕົກລົງນິວເຄຼຍສາກົນ ຫຼື ເອີ້ນວ່າແຜນການດຳເນີນງານຮອບດ້ານຮ່ວມ (JCPOA) ຈະຍັງຄົງຮັກສາໄວ້ດັ່ງເດີມ, ບໍ່ປ່ຽນແປງ ແລະ ບໍ່ສາມາດເຈລະຈາຄືນໃໝ່. ການຕັດສິນຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ທີ່ບໍ່ຮັບຮູ້ເລື່ອງ ອີຣານ ເຄົາລົບ JCPOA ຈະປິດລ້ອມ ອາເມລິກາ ດ້ວຍບັນດາຝ່າຍລົງນາມ ຍັງຄົງໃຫ້ຄຳໝັ້ນສັນຍາປະຕິບັດຂໍ້ຕົກລົງດັ່ງກ່າວ.

 

ຕອບກັບ

ຂ່າວ/ບົດ​ອື່ນ