ອີຣານ ຮຽກຮ້ອງບັນດາປະເທດມຸດສະລິມ ເພີ່ມທະວີການຮ່ວມມື

(VOVWORLD) - ບັນດາປະເທດມຸດສະລິມ ຄວນມຸ່ງໄປເຖິງເພີ່ມທະວີການຮ່ວມມື, ໃນສະພາວະທີ່ບັນດານະໂຍບາຍຂອງ ອາເມລິກາ ພວມກໍ່ຄວາມແບ່ງແຍກລະຫວ່າງບັນດາປະເທດນີ້.
ອີຣານ ຮຽກຮ້ອງບັນດາປະເທດມຸດສະລິມ ເພີ່ມທະວີການຮ່ວມມື - ảnh 1 ທ່ານ Nasser Khan Janjua ແລະ ທ່ານ Ali Shamkhani (ພາບ: Tehran Times/ TTXVN)

ວັນທີ 07 ມັງກອນ, ກ່າວຄຳເຫັນທີ່ການພົບປະກັບທ່ານ Nasser Khan Janjua ທີ່ປຶກສາຄວາມສະຫງົບປອດໄພແຫ່ງຊາດ ປາກິດສະຖານ, ທ່ານ Ali Shamkhani ເລຂານຸການສະພາຄວາມໝັ້ນຄົງແຫ່ງຊາດສູງສຸດ ອີຣານ ຢືນຢັນວ່າ: ບັນດາປະເທດມຸດສະລິມ ຄວນມຸ່ງໄປເຖິງເພີ່ມທະວີການຮ່ວມມື, ໃນສະພາວະທີ່ບັນດານະໂຍບາຍຂອງ ອາເມລິກາ ພວມກໍ່ຄວາມແບ່ງແຍກລະຫວ່າງບັນດາປະເທດນີ້. ທ່ານ Ali Shamkhani ຊີ້ແຈ້ງວ່າ ຄວາມປອມແປງ ແລະ ນະໂຍບາຍກໍ່ຄວາມແບ່ງແຍກຂອງ ອາເມລິກາ ສຳລັບບັນດາປະເທດມຸດສະລິມ ໃນນັ້ນ ມີ ອີຣານ ແລະ ປາກິດສະຖານ, ຮຽກຮ້ອງໃຫ້ບັນດາປະເທດຕ້ອງເພີ່ມທະວີການຮ່ວມມື ສືບຕໍ່ລະມັດລະວັງ ແລະ ດຳເນີນບັນດາມາດຕະການສະກັດກັ້ນ.

        ສ່ວນທ່ານ Nasser Khan Janjua ທີ່ປຶກສາຄວາມສະຫງົບປອດໄພແຫ່ງຊາດ ປາກິດສະຖານ ຖືວ່າ: ບັນດາປະເທດມຸດສະລິມ ຕ້ອງຍົກສູງຄວາມລະມັດລະວັງ ຕໍ່ກົນອຸບາຍຈາກພາຍນອກ ທີ່ແນໃສ່ເຮັດໃຫ້ເຂົາເຈົ້າຂາດຄວາມບໍ່ຖືກຕ້ອງປອງດອງກັນ ນັກນັ້ນທ່ານ Nasser Khan Janjua ກໍ່ຢືນຢັນວ່າ: ປາກິດສະຖານ ຈະພັດທະນາການພົວພັນຮ່ວມມືດ້ານປ້ອງກັນຊາດປ້ອງກັນຄວາມສະຫງົບ ແລະ ເສດຖະກິດກັບ ອີຣານ.

 

ຕອບກັບ

ຂ່າວ/ບົດ​ອື່ນ