ອີຣານ ເປີດປະຕູດ່ານຊາຍແດນຄືນໃໝ່ກັບເຂດປົກຄອງດ້ວຍຕົນເອງຊາວ Kurd ຢູ່ ອີຣັກ

(VOVWORLD) - ວັນທີ 25 ຕຸລາ, ອີຣານ ໄດ້ເປີດປະຕູດ່ານຊາຍແດນຄືນໃໝ່ ກັບເຂດປົກຄອງດ້ວຍຕົນເອງຊາວ Kurd ຢູ່ພາກເໜືອ ອີຣັກ, ພາຍຫລັງທີ່ປິດດ່ານຊາຍແດນນີ້ ເພື່ອແນໃສ່ຕອບໂຕ້ການລົງປະຊາມະຕິຂອງຊາວ Kurd ທວງເອົາເອກະລາດໃນເດືອນກ່ອນ. 

ທ່ານ Jagangir Bakhshi ຫົວໜ້າອົງການພາສີ ອີຣານ ຢູ່ດ່ານຊາຍແດນດັ່ງກ່າວ ຊີ້ແຈ້ງວ່າ: ອີຣານ ໄດ້ປິດປະຕູບັນດາດ່ານຊາຍແດນກັບເຂດປົກຄອງດ້ວຍຕົນເອງຊາວ Kurd ພາຍຫລັງການລົງປະຊາມະຕິ ແລະ ບັນດາການປ່ຽນແປງຢູ່ພາຍໃນເຂດນີ້. ທ່ານ Jagangir Bakhshi ປະກາດວ່າ ດ່ານຊາຍແດນ Bashmagh ໄດ້ເປີດປະຕູຄືນໃໝ່ໃນວັນດຽວກັນ. ດ່ານຊາຍແດນ Bashmagh ຕັ້ງຢູ່ຫ່າງຈາກນະຄອນຂຶ້ນກັບເຂດປົກຄອງດ້ວຍຕົນເອງຊາວ Kurd ປະມານ 50 ກມ ໄປທາງທິດຕາເວັນອອກ.


ຕອບກັບ

ຂ່າວ/ບົດ​ອື່ນ