ອີຣານ ໃຫ້ກໍ່ສ້າງສູນອາວະກາດ ແຫ່ງໃໝ່

ອີຣານ ໃຫ້ກໍ່ສ້າງສູນອາວະກາດ ແຫ່ງໃໝ່ - ảnh 1
ດາວທຽມໂດຍ ອີຣານຜະລິດເອງ(ພາບ : presstv.ir)

Vovworld- ຜູ້ອຳ​ນວຍ​ການ​ອົງການ​ອາ​ວະ​ກາດ​ອີຣານ Hamid Fazeli ​ໃຫ້​ຮູ້​ວ່າ ປະ​ເທດ​ນີ້​ຈະ​ໃຫ້​ກໍ່ສ້າງ​ສູນ​ອາ​ວະ​ກາດ​ແຫ່ງ​ໃໝ່​ຢູ່​ທາງ​ທິດຕາ​ເວັນ​ອອກ​ສ່ຽງ​ໃຕ້​ຂອງ​ ອີຣານ. ​ແລະ ກໍ​ຕາມ ຜູ້ອຳ​ນວຍ​ການ​ອົງການ​ອາ​ວະ​ກາດ​ອີຣານ Hamid Fazeli ​ແລ້ວ, ອີຣານພວມ​ຂຶ້ນ​ແຜນການ​ຍິງ​​ດາວ​ທຽມ 3 ໜ່ວຍ​ຂຶ້ນ​ສູ່​ວົງ​ໂຄຈອນ, ນັ້ນ​ແມ່ນ​ດາວ​ທຽມ​ທີ່ອີຣານຜະລິດ​ເອງ ​ໂດຍ​ໃສ່​ຊື່ວ່າ Fajr, Sharif ​ແລະ Nahid. ດາວ​ທຽມ​ປະ​ເພດ​ເຫຼົ່າ​ນັ້ນ​ມີ​ຄຸນ​ປະ​ໂຫຍ​ດ​ເພື່ອ​ຖ່າຍຮູບ. ຫວ່າງ​ເດືອນ 5 ທີ່​ຜ່ານ​ມາ, ອີຣານ​ໄດ້​ມີ​ແຜນການ​ຍິງ​ດາວ​ທຽມ Fajr , ​ແຕ່​ໄດ້​ຖືກ​ໂຈ​ໄວ້​ເພື່ອ​ດຳ​ເນີນ​ການ​ທົດ​ລອງ. ​ໃນ​ຫຼາຍ​ປີ​ທີ່​ຜ່ານ​ມາ, ອີຣານ​ໄດ້​ຕັ້ງໜ້າ​ຊຸກຍູ້ ​ໂຄງການ​ອາ​ວະ​ກາດ ​ແລະ ລູກ​ສອນ​ໄຟ ອັນ​ໄດ້​ເຮັດ​ໃຫ້​ຝ່າຍ​ຕາ​ເວັນ​ຕົກ​ເພີ່ມ​ຄວາມ​ວິຕົກ​ກັ່ງ​ວົນ​ຕໍ່​ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ການ​ທະຫານ​ຂອງ​ປະ​ເທດ​ນີ້
ຂ່າວ/ບົດ​ອື່ນ