ອີຣານກ່າວເຕືອນ NATO ບໍ່ຄວນຜັນຂະຫຍາຍ ລູກສອນໄຟຢູ່ຕວກກີ

ອີຣານກ່າວເຕືອນ NATO ບໍ່ຄວນຜັນຂະຫຍາຍ ລູກສອນໄຟຢູ່ຕວກກີ - ảnh 1
ລະດົມ​ລູກ​ສອນ​​ໄຟ Patriot ​ຂອງ NATO
(ພາບ: EPA)


(vovworld) -     ວັນ​ທີ 25/11, ບັນດາ​ສື່​ມວນ​ຊົນ​ອີຣານ ​ໄດ້​ຄັດ​ຄຳ​ເວົ້າ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ອີຣານ Ali Larijani ທີ່​ກ່າວ​ເຕືອນ​ວ່າ ​ເລື່ອງ​ອົງການ NATO ນຳ​ລູກ​ສອນ​​ໄຟ ​ໄປ​ຍັງ​ຕວກກີ ຈະ​​ເພີ່ມ​ຄວາມ​ຂາດ​ສະຖຽນ​ລະ​ພາບ​ຢູ່​​ເຂດດັ່ງກ່າວ. ກ່ອນ​ໜ້າ​ນັ້ນ, ວັນ​ທີ 21/11, ຕວກກີ ​ໄດ້​ສະ​ເໜີ​ໃຫ້ NATO ຕິດ​ຕັ້ງ​ບັນດາ​ພື້ນຖານ​ໂຄງ​ລ່າງ​ປ້ອງ​ກັນ​ລູກ​ສອນ​ໄຟ​ຢູ່​ເຂດ​ຊາຍ​ແດນ​ຂອງ​ຕົນ ກັບ​ຊີຣີ ​ເພື່ອ​ປັບປຸງ​ໃຫ້​ແກ່​ລະບົບ​ປ້ອງ​ກັນ​ອາກາດ​ຂອງ​ຕວກກີ. ທ່ານ​ເລຂາທິການ​ໃຫຍ່ NATO Anders Fogh Rasmussen ​ໃຫ້​ຮູ້​ວ່າ NATO ຈະ​ປຶກ​ສາ​ຫາລື​ກ່ຽວ​ກັບ​ຂໍ້​ສະ​ເໜີ​ຂອງ​ຕວກກີ. ວັນ​ທີ 23/11, ປະຕິ​ກິລິຍາ​ກ່ຽວ​ກັບ​ເລື່ອງ​ດັ່ງກ່າວ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອີຣານ Ramin Mehmanparsat ​ໃຫ້​ຮູ້​ວ່າ ​ເລື່ອງ​ລະດົມ​ລູກ​ສອນ​​ໄຟ Patriot ​ຂອງ NATO ຕິດຕັ້ງ​ໄກ້​ກັບ​ເຂດ​ຊາຍ​ແດນ ຊີຣີ - ຕວກກີ ພຽງ​ແຕ່​ເຮັດ​ໃຫ້ວິ​ກິດ​ການ​ຢູ່​ຊີຣີ ​ຮ້າຍ​ແຮງ​ເພີ່ມ​ຂຶ້ນ. ທ່ານ Mehmanparsat ກ່າວ​ປະນາມ​ທຸກໆ​ການ​ກະທຳ​ດ້ານການ​ທະຫານ​ຢູ່​ຊີຣີ, ພ້ອມ​ທັງ​ເນັ້ນໜັກ​ວ່າ ວິທີ​ດີ​ສຸດ​​ແມ່ນບັນດາ​ປະ​ເທດ​ທີ່​ກ່ຽວຂ້ອງ​ຄວນພ້ອມ​ກັນ​ຊອກ​ຫາ​ບັນດາ​ມາດ​ຕະການ​​ດ້ານ​ການ​ເມືອງ​​ເພື່ອ​ແກ້​ໄຂ​ບັນດາບັນ​ຫາ​ຢູ່​ໃນພາກ​ພື້ນ.

ຂ່າວ/ບົດ​ອື່ນ