ອີຣານກ່າວເຕືອນບໍ່ເຈລະຈາຖ້າຫາກຂໍ້ຕົກລົງນິວເຄຼີຍຖືກລະເມີດ

ອີຣານກ່າວເຕືອນບໍ່ເຈລະຈາຖ້າຫາກຂໍ້ຕົກລົງນິວເຄຼີຍຖືກລະເມີດ - ảnh 1
ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອີ​ຣານ Abbas Araqchi
(ພາບ​ປະ​ກອບ: EPA/TTXVN)

(vovworld) - ​ວັນ​ທີ 17/07, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອີ​ຣານ Abbas Araqchi ໄດ້​ເນັ້ນ​ໜັກ​ວ່າ, ຂໍ້​ຕົກ​ລົງ​ນິວ​ເຄຼຍ​ທີ່​ມີ​ລັກ​ສະ​ນະ​ປະ​ຫວັດ​ສາດ, ​ເຊິ່ງໄດ້​​ຮັບ​ການຮູ້​ຈັກ​ນັ້ນ​ແມ່ນ​ແຜນ​ການ​ເຄື່ອນ​ໄຫວ​ຮອບ​ດ້ານ​ລວມ (JCPOA), ເຊິ່ງ​​ປະ​ເທດນີ້​ບັນ​ລຸ​ໄດ້​ກັບ​ບັນ​ດາ​ປະ​ເທດ​ມະ​ຫາ​ອຳ​ນາດ​ໂລກ ໃນ​ເດືອນ 07/2015, ແມ່ນ​ “ຂໍ້​ຕົກ​ລົງ​ສຸດ​ທ້າຍ” ແລະ ເຕ​ເຣ​ຣານ ຈະ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ສາ​ກົນ​ນີ້, ແຕ່​ຈະ​ບໍ່​ມີ​ການເຈ​ລະ​ຈາ​ໃດໆ​ອີກ ຖ້າ​ໃນ​ກໍ​ລະ​ນີ JCPOA ຖືກ​ບັນ​ດາ​ປະ​ເທດ​ມະ​ຫາ​ອຳ​ນ​າດ​ລະ​ເມີດ. ກ່າວ​ຄຳ​ເຫັນ​ທີ່​ການ​ປະ​ຊຸ​ມ​ຂ່າວ​ຢູ່​ນະ​ຄອນ​ຫຼວງ ເຕ​ເຣ​ຣານ, ທ່ານ Araqchi ໃຫ້​ຮູ້​ວ່າ, ອີ​ຣານ ອາດ​ຈະ​ຟື້ນ​ຟູ​ບັນ​ດາ​ການ​ເຄື່ອນ​ໄ​ຫວ​ດ້ານ​ນິວ​ເຄຼຍ​ຄື​ກ່ອນ​​ທີ່​ບັນ​ດາ​ຝ່າຍ​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ດັ່ງ​ກ່າວ​, ຖ້າ​ຫາກ​ບັນ​ດາ​ປະ​ເທດ​ມະ​ຫາ​ອຳ​ນາດ​ລະ​ເມີດ​ບັນ​ດາ​ຂໍ້​ມາດ​ຕາ​ຂອງ​ຂໍ້​ຕົ​ກ​ລົງ. ​ທ່ານ Araqchi ກໍ່​ຊີ້​ແຈ້ງວ່າ, ລັດ​ຖະ​ບານ​ອາ​ເມ​ລິ​ກາ ຕ້ອງ​ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ ໂດຍບໍ່​ຫົວ​ຊາ​ຕໍ່​ການ​ກະ​ທຳ​ມໍ່ໆ​ມານີ້​ຂອງ​ສະ​ພາ​ແຫ່ງ​ຊາດ​ອາ​ເມ​ລິ​ກາ.

ຂ່າວ/ບົດ​ອື່ນ