ອີຣານຈະເພີ່ມທະວີການພົວພັນຮ່ວມມືກັບອາຊຽນ

ອີຣານຈະເພີ່ມທະວີການພົວພັນຮ່ວມມືກັບອາຊຽນ - ảnh 1
(ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ອາ​ຊຽນ ເລ​ເລືອງ​ມີງ)

(vovworld)- ເອກ​ອັກ​ຄະ​ລັດ​ຖະ​ທູ​ດ ອີ​ຣານ ປະ​ຈຳ ອາ​ຊຽນ Valiollhah Mohammadi Nasrabadi ໄດ້​ຢືນ​ຢັນ​ຄື​ດັ່ງ​ກ່າວ​ທີ່​ພິ​ທີ​ຍື່ນ​ສານ​ຕາ​ຕັ້ງ​ຂຶ້ນ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ອາ​ຊຽນ ເລ​ເລືອງ​ມີງ ໃນ​ວັນ​ທີ 23/7. ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູ​ດ Nasrabadi ຊີ້​ແຈ້ງວ່າ: ອ​ີ​ຣານ ຈະ​ມຸ່ງ​ໄປ​ເຖິງ​ການ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ກັບ​ ອາ​ຊຽນ ພິ​ເສດ​ໃນ​ບັນ​ດາ​ຂົງ​ເຂດ: ເສດ​ຖະ​ກິດ, ການ​ຄ້າ, ວັດ​ທະ​ນະ​ທຳ ວິ​ທະ​ຍາ​ສາດ-ເຕັກ​ໂນ​ໂລ​ຊີ ແລະ ການ​ສຶກ​ສາ. ທ່ານ ເລ​ເລືອງ​ມີງ ອວຍ​ພອ​ນ ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອີ​ຣານ Nasrabadi ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອີ​ຣານ ປະ​ຈຳ ອາ​ຊຽນ ແລະ ຮັບ​ຮູ້​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ຂອງ ອີ​ຣານ ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ສະ​ຫນິດ​ຕິດ​ພັນ, ການ​ຮ່ວມ​ມື​ກັບ​ອາ​ຊຽນ ຫລາຍກວ່າ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ອາ​ຊຽນ ເນັ້ນ​ຫນັກ​ວ່າ: ອາ​ຊຽນ ບັນ​ລ​ຸ​ໄດ້​ບັນ​ດາ​ບາດ​ກ້າວ​ເດີນ​ຢ່າງ​ໝັ້ນ​ແກ່ນ​ເພື່ອ​ມຸ່ງ​ໄປ​ເຖິງ​ການ​ສ້າງ​ປະ​ຊາ​ຄົມ​ໃນ​ທ້າຍ​ປີນີ້ ໂດຍ​ອີງ​ໃສ່ 3 ເສົາ​ຄ້ຳ​ມີ​ລັກ​ສະ​ນະ​ເຊື່ອມ​ຈອດ​ຢ່າງ​ແຫນ້ນ​ແຟ້ນ, ຖື​ປະ​ຊາ​ຊົນ​ເປັນ​ໃຈ​ກາງ.

 

ຂ່າວ/ບົດ​ອື່ນ