ອີຣານບໍ່ຮັບຮູ້ຖືກຕໍ່ກຳນົດເວລາລົງໂທດ

ອີຣານບໍ່ຮັບຮູ້ຖືກຕໍ່ກຳນົດເວລາລົງໂທດ - ảnh 1
(ພາບປະກອບ: AFP)

​​(vovworld) - ທ່ານ​ຫົວໜ້າ​ຄະນະ​ເຈລະຈາ​ນິວ​ເຄຼຍອີຣານ, ລັດຖະມົນຕີຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ Abas Araqchi, ວັນ​ທີ 22/07 ຖະ​ແຫຼ​ງວ່າ, ​ເຕ​ເຣຣານ ຈະ​ບໍ່​​ຮັບຮູ້​ບໍ່​ວ່າຄວາມ​ມານະ​ພະຍາຍາມ​ໃດໆ ​ເພື່ອ​ແນ​ໃສ່​ຕໍ່​ກຳນົດ​ເວລາ​ໃຫ້​ຄຳ​ສັ່ງ​ລົງ​ໂທດ ທີ່​ກ່ຽວ​ຂ້ອງ​ເຖິງ​ໂຄງການ​ນິວ​ເຄຼຍຂອງ​ປະ​ເທດ​ນີ້. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວກ່ຽວ​ກັບ​ຂໍ້​ຕົກລົງ​ນິວ​ເຄຼຍປະຫວັດສາດທີ່​ບັນລຸ​ໄດ້​ໃນ​ວັນ​ທີ 15/07 ລະຫວ່າງ​ອີຣານ ​ແລະ ກຸ່ມ P5+1 (ເຊິ່ງລວມມີ​ອັງກິດ, ຝລັ່ງ, ລັດ​ເຊຍ, ຈີນ, ອາ​ເມ​ລິ​ກາ ​ແລະ ​ເຢຍລະ​ມັນ) ຢູ່​ວຽນ, ປະ​ເທດ​ອົດສຕາ​ລິດ, ທ່ານ Araqchi ​ເນັ້ນ​ໜັກ​ວ່າ, ຄວາມ​ມານະ​ພະຍາຍາມທັງ​ໝົດ​ເພື່ອ​ແນ​ໃສ່​ຈັດ​ວາງມາດຕະ​ການ​ລົງ​ໂທດ​ຄືນ​ໃໝ່ ພາຍຫຼັງ​ບັນດາ​ມາດ​ຕະການ​ນີ້​ໝົດຜົນ​ສັກສິດ​ໃນ​ຮອບ​ເວລາ 10 ປີຈະ​​ແມ່ນ​ການລະ​ເມີດ​​ເຖິງຂໍ້​ຕົກລົງ​ດັ່ງກ່າວ ​ແລະ ​ກໍ​ຄວາມເສຍ​ຫວັງ. ທ່ານ Araqchi ກໍ​ຖະ​ແຫຼ​ງວ່າ, ຂໍ້​ຕົກລົງ​ດ້ານນິວ​​ເຄຼຍບໍ່​ໝາຍ​ຄວາມ​ວ່າອີຣານ ຮັບ​ຮູ້​ບັນດາ​ມາດ​ຕະການ​ລົງ​​ໂທດ ​ແລະ ການ​ກຳນົດ​ໂດຍ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ, ສະຫະພາບ​ເອີ​ລົບ ​ແລະ ບັນດາ​ປະ​ເທດ​ສະມາຊິກ​ຈັດ​ວາງ.

ຂ່າວ/ບົດ​ອື່ນ