ອີຣານພ້ອມແລ້ວທີ່ຈະເຈລະຈາກັບບັນດາປະເທດອາຣັບ

(VOVWORLD) -ວັນທີ 28 ພຶດສະພາ, ທ່ານຮອງລັດຖະມົນຕີການຕ່າງປະເທດອີຣານ Abbas Araqchi ຖະແຫຼງວ່າ ເຕເຮຣານ ພ້ອມແລ້ວທີ່ຈະເຈລະຈາ ກັບບັນດາປະເທດອາຣັບ ເຂດອ່າວເປີເຊຍ ເພື່ອແນໃສ່ແກ້ໄຂຄວາມເຄັ່ງຕຶງພວມປີນຂັ້ນໄດຢູ່ພາກພື້ນ.

ທ່ານ Araqchi ຢືນຢັນວ່າ, ການເຈລະຈາກັບບັນດາປະເທດໃນພາກພື້ນແມ່ນເປົ້າໝາຍບຸລິມະສິດຂອງອີຣານ ພ້ອມທັງຖືວ່າ ເລື່ອງລົງນາມໃນຂໍ້ຕົກລົງກໍ່ການເກາະຜິດ - ເຊິ່ງແມ່ນຂໍ້ລິເລີ່ມຂອງອີຣານ, ອາດສາມາດເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນລະຫວ່າງບັນດາປະເທດໃນເຂດອ່າວ.

        ທ່ານ Araqchi ໄດ້ຍົກອອກຄຳກ່າວປາໄສດັ່ງກ່າວໃນການພົບປະເຈລະຈາກັບທ່ານຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີການຕ່າງປະເທດກາຕາ Mohammed bin Abdulrahman Al Thani, ຢູ່ນະຄອນຫຼວງ ໂດຮາ. ທີ່ການພົບປະ, 2 ຝ່າຍໄດ້ “ສະແດງຄວາມວິຕົກກັງວົນກ່ຽວກັບຄວາມເຄັ່ງຕຶງປີນຂັ້ນໄດ ແລະ ບັນດາບັນຫາຢູ່ພາກພື້ນ”. ນອກນັ້ນ, ທ່ານ Araqchi ກໍ່ຖືວ່າ ຄວາມໝັ້ນຄົງຈະໄດ້ຮັບການສ້າງຂຶ້ນໃນພາກພື້ນ ຖ້າຫາກບັນດາຜົນປະໂຫຍດກ່ຽວກັບຄວາມໝັ້ນຄົງ ແລະ ເສດຖະກິດຂອງທຸກໆປະເທດໄດ້ຮັບການຕອບສະໜອງ.

ຕອບກັບ

ຂ່າວ/ບົດ​ອື່ນ