ອີຣານມອບຫຼຽນໄຊອັນສູງສົ່ງຂອງກອງທັບໃຫ້ນັກວິທະຍາສາດນິວເຄຼຍ Mohsen Fakhrizadeh

(VOVWORLD) -ຊ່ອງໂທລະພາບອີຣານ ໃຫ້ຮູ້ວ່າ, ຫຼຽນໄຊໄຊຊະນະ (Order of Nasr) ຊັ້ນໜຶ່ງໄດ້ມອບໃຫ້ຄອບຄົວຂອງທ່ານອະດີດນັກວິທະຍາສາດ Mohsen Fakhrizadeh.

ອີຣານມອບຫຼຽນໄຊອັນສູງສົ່ງຂອງກອງທັບໃຫ້ນັກວິທະຍາສາດນິວເຄຼຍ Mohsen Fakhrizadeh - ảnh 1 ທ່ານ Mohsen Fakhrizadeh, ຖືກລອບສັງຫານເມື່ອວັນທີ 27 ພະຈິກ ຜ່ານມາ

(ພາບປະກອບ: AFP/TTXVN)

ວັນທີ 13 ທັນວາ, ການນຳສູງສຸດອີຣານ ທ່ານ Ali Khamenei ໄດ້ມອບຫຼຽນໄຊອັນສູງສົ່ງຂອງກອງທັບໃຫ້ແກ່ນັກວິທະຍາສາດນິວເຄຼຍແຖວໜ້າຂອງປະເທດນີ້ ທ່ານ Mohsen Fakhrizadeh - ຜູ້ຖືກລອບສັງຫານເມື່ອເດືອນພະຈິກ ທີ່ຜ່ານມາ.

        ຊ່ອງໂທລະພາບອີຣານ ໃຫ້ຮູ້ວ່າ, ຫຼຽນໄຊໄຊຊະນະ (Order of Nasr) ຊັ້ນໜຶ່ງໄດ້ມອບໃຫ້ຄອບຄົວຂອງທ່ານອະດີດນັກວິທະຍາສາດ Mohsen Fakhrizadeh.

        ທ່ານ Mohsen Fakhrizadeh, ໄດ້ຮັບຖືວ່າແມ່ນຜູ້ນຳໜ້າໂຄງການອາວຸດນິວເຄຼຍຂອງອີຣານ, ຖືກລອບສັງຫານເມື່ອວັນທີ 27 ພະຈິກ ຜ່ານມາ ຢູ່ຊານນະຄອນ Tehran.

        ປະຈຸບັນ, ຍັງບໍ່ທັນມີອົງການ ຫຼື ສ່ວນບຸກຄົນໃດອອກມາຮັບຜິດຊອບກ່ຽວກັບເຫດລອບສັງຫານດັ່ງກ່າວເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ