ອີ​ຣານ​ຢັ້ງ​ຢືນ​ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ກັບ IAEA

(VOVWORLD) -ທ່ານ Nasser Kanani ໃຫ້ຮູ້ວ່າ ປັດຈຸບັນຍັງບໍ່ມີຮ່າງມະຕິໃດໄດ້ຍື່ນສະເໜີຕໍ່ກອງປະຊຸມ, ພ້ອມທັງກ່າວເຕືອນວ່າ ບໍ່ວ່າການກະທຳໃດ ທີ່ “ຂາດລັກສະນະສ້າງສັນ” ຂອງ IAEA ຈະນຳມາເຊິ່ງໝາກຜົນທີ່ບໍ່ມີປະໂຫຍດ.
ອີ​ຣານ​ຢັ້ງ​ຢືນ​ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ກັບ IAEA - ảnh 1ທ່ານ Nasser Kanani ໂຄສົກກະຊວງການຕ່າງປະເທດ ອີຣານ  (ພາບ:  IRNA/TTXVN)

ວັນທີ 12 ກັນຍາ, ອີຣານໄດ້ຢັ້ງຢືນຄືນໃໝ່ພ້ອມແລ້ວທີ່ຈະຮ່ວມມືກັບອົງການພະລັງງານປະລະມານູສາກົນ (IAEA), ພາຍຫຼັງອົງການນີ້ ປະກາດບໍ່ສາມາດຮັບປະກັນທາດແທ້ສັນຕິພາບ ໃນໂຄງການນິວເຄຼຍຂອງ ເຕເຮຣານ. ແລະ ກໍ່ໃນວັນດຽວກັນ, ຄະນະການນຳ IAEA ໄດ້ຈັດກອງປະຊຸມເປັນກຸ່ມຢູ່ວຽນນາ (ປະເທດໂອຕາລິດ). ກ່າວຄຳເຫັນທີ່ການຖະແຫຼງຂ່າວ, ທ່ານ Nasser Kanani ໂຄສົກກະຊວງການຕ່າງປະເທດ ອີຣານ ຊີ້ແຈ້ງວ່າ ເຕເຮຣານ ພ້ອມແລ້ວທີ່ຈະສືບຕໍ່ການຮ່ວມມືທີ່ມີລັກສະນະສ້າງສັນກັບ IAEA ແລະ ຫວັງວ່າ ອົງການນີ້ຈະມີການກະທຳຄ້າຍຄືກັນ. ທ່ານ Nasser Kanani ໃຫ້ຮູ້ວ່າ ປັດຈຸບັນຍັງບໍ່ມີຮ່າງມະຕິໃດໄດ້ຍື່ນສະເໜີຕໍ່ກອງປະຊຸມ, ພ້ອມທັງກ່າວເຕືອນວ່າ ບໍ່ວ່າການກະທຳໃດ ທີ່ “ຂາດລັກສະນະສ້າງສັນ” ຂອງ IAEA ຈະນຳມາເຊິ່ງໝາກຜົນທີ່ບໍ່ມີປະໂຫຍດ.

ກ່ອນໜ້ານັ້ນ, ຕາມບົດລາຍງານຂອງ IAEA ທີ່ໄດ້ປະກາດໃນວັນທີ 7 ກັນຍາ, ອີຣານ ໄດ້ສືບຕໍ່ເສີມທາດ ຢູຣານຽນ ສູງກ່ວາລະດັບຈຳກັດ ຕາມຂໍ້ຕົກລົງນິວເຄຼຍ ທີ່ໄດ້ລົງນາມໃນປີ 2015, ດ້ວຍຈຳນວນ ຢູຣານຽນ ສະສົມສູງທົບ 19 ເທື່ອເມື່ອທຽບໃສ່ກັບລະດັບຈຳກັດໃນຂໍ້ຕົກລົງ.

ຕອບກັບ

ຂ່າວ/ບົດ​ອື່ນ