ອີຣານອາດຈະຖອນອອກຈາກຂໍ້ຕົກລົງດ້ານນິວເຄຼຍ

(VOVWORLD) -ວັນທີ 28 ກັນຍາ, ທ່ານລັດຖະມົນຕີການຕ່າງປະເທດອີຣານ Javad Zarif ຖະແຫຼງວ່າ

ອີຣານອາດຈະຖອນອອກຈາກຂໍ້ຕົກລົງດ້ານນິວເຄຼຍ - ảnh 1 ທ່ານລັດຖະມົນຕີການຕ່າງປະເທດອີຣານ Javad Zarif

(ພາບ: New Yorker)

ເຕເຮຣານ ອາດຈະປະລະຂໍ້ຕົກລົງດ້ານນິວເຄຼຍຄັ້ງປະຫວັດສາດເຊິ່ງເຕເຮຣານ ບັນລຸໄດ້ກັບບັນດາປະເທດມະຫາອຳນາດໂລກ ເມື່ອເດືອນ ກໍລະກົດ 2015, ຖ້າຫາກອາເມລິກາ ຖອນອອກຈາກຂໍ້ຕົກລົງດັ່ງກ່າວ. ຊ່ອງໂທລະພາບ Al Jazeera ຂອງ ກາຕາ ໄດ້ຄັດຄຳເວົ້າຂອງທ່ານລັດຖະມົນຕີການຕ່າງປະເທດ Javad Zarif ໂດຍເນັ້ນໜັກວ່າ “ຖ້າຫາກ ວໍຊິງຕັນ ຕົກລົງຖອນອອກຈາກຂໍຕົກລົງດ້ານນິວເຄຼຍ, ອີຣານ ກໍມີສິດປະລະຂໍ້ຕົກລົງດັ່ງກ່າວ ແລະ ຄິດໄລ່ເຖິງການຄັດເລືອກອື່ນໆ”. ຄຳກ່າວປາໄສຂອງຜູ້ນຳໜ້າກະຊວງການຕ່າງປະເທດອີຣານ ໄດ້ຍົກອອກມາ ໃນຈຸດເວລາທີ່ອາເມລິກາ ໄດ້ນາບຂູ່ຍົກເລີກຂໍ້ຕົກລົງນິວເຄຼຍຄັ້ງປະຫວັດສາດຢ່າງລຽນຕິດ, ເຊິ່ງໄດ້ຮູ້ຈັກວ່າແມ່ນແຜນການກະທຳຮອບດ້ານລວມ (JCPOA) ເຊິ່ງເຕເຮຣານ ລົງນາມ ກັບກຸ່ມ P5+1 (ລວມມີ: ອາເມລິກາ, ລັດເຊຍ, ອັງກິດ, ຝລັ່ງ, ຈີນ ແລະ ເຢຍລະມັນ) ກ່ອນນີ້ກວ່າ 2 ປີ.

ຕອບກັບ

ຂ່າວ/ບົດ​ອື່ນ