ອີຣານຮ້ອງຟ້ອງຊາອຸດີອາຣັບບີຂຶ້ນສປຊຍ້ອນບັນດາການກະທຳເກາະຜິດ

ອີຣານຮ້ອງຟ້ອງຊາອຸດີອາຣັບບີຂຶ້ນສປຊຍ້ອນບັນດາການກະທຳເກາະຜິດ - ảnh 1
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອີ​ຣານ, ທ່ານ Mohammad Javad Zarif
ພາບ:AFP/TTXVN

(vovworld)- ວັນ​ທີ 9/1, ກະ​ຊວງ​ການ​ຕ່າງ​ປະ​ເທດ ອີ​ຣານ ໄດ້​ຮ້ອງຟ້ອງ​ ອາ​ຣັບ​ບີ ຊາ​ອຸ​ດີ ຂຶ້ນ ສ​ປ​ຊ ຍ້ອນ​ມີ​ບັນ​ດາ​ການ​ກະ​ທຳ​ເກາະ​ຜິດ ຂອງ Riyadh ໃນ​ສະ​ພາບ​ວິ​ກິດ​ການ​ການ​ທູດ ລະ​ຫວ່າງ​ສອງ​ປະ​ເທດ​ມະ​ຫາ​ອຳ​ນາດ​ຂອງ​ພາກ​ພື້ນ​ໄດ້​ກ້າວ​ເຂົ້າ​ສູ່​ອາ​ທິດ​ທີ 2 ແລ້ວ. ໃນ​ຈົດ​ໝາຍ​ສົ່ງ​ເຖິງ ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ Ban ki moon ໂດຍ​ບັນ​ດາ​ສຳ​ນັກ​ຂ່າວ​ສານ ອີ​ຣານ ປະ​ກາດ​ເມື່ອ​ວັນ​ທີ 9/1, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອີ​ຣານ, ທ່ານ Mohammad Javad Zarif ໃຫ້​ຮູ້​ວ່າ: ບາງ​ຄົນ​ຢູ່ Riyadh  ເກືອບ​ຄື​ວ່າ​ມີ​ເຈດ​ຈຳ​ນົງ​ແກ່​ດຶງ​​ທົ່ວພາກ​ພື້ນ​ເຂົ້າ​ວ​ິ​ກິດ​ການ. ທ່ານ Zarif ເວົ້າ​ຕໍ່​ໄປ​ວ່າ: ຊາ​ອຸ​ດີ ອາ​ຣັບ​ບີ ໄດ້​ມີ​ການ​ກະ​ທຳ​ເກາະ​ຜິດ​ໂດຍ​ກົງ ເພື່ອ​ແນ​ໃສ່ ອີ​ຣານ ແລະ ຊາ​ອຸ​ດີ ອາ​ຣັບ​ບີ ແມ່ນ​ການ​ນາບ​ຂູ່​ສຳ​ລັບ​ພາກ​ພື້ນ ແລະ ຄວາມ​ສະ​ຫງົບ​ປອດ​ໄພ​ທົ່ວ​ໂລກ.

 

 

 

 

 

 

ຂ່າວ/ບົດ​ອື່ນ