ອີຣານຮຽກຮ້ອງສ້າງຕັ້ງກົນໄກຕິດຕາມກວດກາຂໍ້ຕົກລົງຢຸດຍິງຢູ່ຊີຣີ

ອີຣານຮຽກຮ້ອງສ້າງຕັ້ງກົນໄກຕິດຕາມກວດກາຂໍ້ຕົກລົງຢຸດຍິງຢູ່ຊີຣີ - ảnh 1
ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອີ​ຣານທ່ານ Bahram Ghasemi
(ພາບ​ປະ​ກອບ: EPA/TTXVN)

(vovworld) - ວັນ​ທີ 11/09, ອີ​ຣານ ໄດ້​ຊົມ​ເຊີຍ​ຂໍ້​ຕົກ​ລົງ​ຢຸດ​ຍິງ​ຢູ່​ຊີ​ຣີ ໂດຍ​ອາ​ເມ​ລິ​ກາ ແລະ ລັດ​ເຊຍ ເປັນ​ຄົນ​ກາງ, ພ້ອມ​ທັງ​ເນັ້ນ​ໜັກ​ວ່າ ຈ​ຳ​ເປັນ​ຕ້ອງ​ມີ​ກົນ​ໄກ​ຕິດ​ຕາມກວດ​ກາ​ຢ່າງຮອບ​ດ້ານ ເພື່ອ​ແນ​ໃສ່​ສະ​ກັດ​ກັ້ນບັນ​ດາ​ກຸ່ມກໍ່​ການ​ຮ້າຍ ທີ່ສວຍ​ໃຊ້ຂໍ້​ຕົກ​ລົງ​ດັ່ງ​ກ່າວ. ໃນ​ຖະ​ແຫຼງ​ການ​ໜຶ່ງ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອີ​ຣານ ທ່ານ Bahram Ghasemi ຊີ້​ແຈ້ງວ່າ, ອີ​ຣານ ຮຽກ​ຮ້ອງ​ໃຫ້​ທຸກ​ຝ່າຍ​ຕ້ອງເຄົາ​ລົບ​ຂໍ້​ຕົກ​ລົງ​ຢ​ຸດ​ຍິງ​ຢ່າງ​ໝັ້​ນ​ຄົງ​ ແລະ ຊຸກ​ຍູ້​ລະ​ບົບ​ຕິດ​ຕາມກວດ​ກາ​ຢ່າງ​ຮອບ​ດ້ານເພື່ອ​ແນ​ໃສ່​ສະ​ກັດ​ກັ້ນ​ບັນ​ດາ​ພາກ​ສ່ວນກໍ່​ການ​ຮ້າຍ​ທີ່ສວຍ​ໃຊ້​ເພື່ອ​ຂົນ​ສົ່ງ​ອາ​ວຸດ ແລະ ກຳ​ລັງ.

        ກ່ອນ​ໜ້ານັ້ນ, ວັນ​ທີ 09/09, ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ John Kerry ໄດ້​ແຈ້ງວ່າ, ອາ​ເມ​ລິ​ກາ ແລະ ລັດ​ເຊຍ ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ດ້ວຍ​ຄວາມ​ຫວັງ​ຫຼຸດ​ຜ່ອນ​ການ​ໃຊ້​ຄວາມ​ຮຸ​ນ​ແຮງ ແລະ ນຳ​ມາ​ເຊິ່ງ​ສັນ​ຕິ​ພາບ​ໃຫ້​ແກ່​ຊີ​ຣີ. ວັນ​ທີ 10/09, ອຳ​ນາດ​ການ​ປົກ​ຄອງ​ຊີ​ຣີ ກໍ​ເຫັນ​ດ​ີກັບ​ຂໍ​ຕົກ​ລົງ​ຢຸດ​ຍິງ ໂດຍ​ອາ​ເມ​ລິ​ກາ ແລະ ລັດ​ເຊຍ ເປັນ​ຄົນ​ກາງ​ໄກ່​ເກ່ຍ, ​ຄາດ​ວ່າມີ​ຜົນ​ສັກ​ສິດນັບ​ແຕ່​ວັນ​ທີ 12/09.

ຂ່າວ/ບົດ​ອື່ນ